( vovworld ) – ໂດຍສືບຕໍ່ການລົງຢ້ຽມຢາມເຂດ Tay Bac ( ເຂດຕາເວັນຕົກສຽງເໜືອ ) ໃນລະຫວ່າງວັນທີ 14 – 15/4, ທ່ານປະທານປະເທດ Truong Tan Sang ແລະ ຄະນະປະຕິບັດງານສູນກາງ ລົງຢ້ຽມຢາມ ແລະ ເຮັດວຽກກັບແຂວງ Dien Bien ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ ແລະ ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບໃນບໍລິເວນແຂວງ. ທ່ານປະທານປະເທດກໍໄດ້ລົງຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ນັກຮົບກອງບັນຊາການທະຫານ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ແລະ ຕຳຫຼວດແຂວງ Dien Bien ກ່ຽວກັບການຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ຢ້ຽມຢາມຄ້າຍປ້ອງກັນຊາຍແດນ 417 ຊີພາຟິ່ນ ແລະ ກອງນະເສດຖະກິດປ້ອງກັນຊາດ 379, ເຊິ່ງຕັ້ງທັບໃນເມືອງ Muong Cha, ແຂວງ Dien Bien ທີ່ຄຸ້ມຄອງສ່ວນໜື່ງຂອງເສັ້ນຊາຍແດນຫວຽດນາມ - ລາວ ແລະ ຈີນ, ທ່ານປະທານປະເທດໄດ້ຕີລາຄາສູງຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງພະນັກງານນັກຮົບຮັກສາຄວາມສະຫງົບເສັ້ນຊາຍແດນ. ທ່ານປະທານປະເທດໄດ້ເອົາໃຈໃສ່ວ່າ ພະນັກງານນັກຮົບ ຄວນມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ກົນອຸບາຍ, ເລ່ຫຼ່ຽມມ້າງເພທຳລາຍຂອງກຳລັງປໍລະປັກ, ຍົກສູງສະຕິລະວັງຕົວ, ພ້ອມທັງປະຕິບັດວຽກງານຂົນຂວາຍປະຊາຊົນເປັນຢ່າງດີ.
“ ຢາກປົກປັກຮັກສາເສັ້ນຊາຍແດນ ນັກຮົບ ແລະ ປະຊາຊົນຕ້ອງມີການປະສານສົມທົບກັນ . ຢາກໄດ້ຮັບການສະໜັບສະໜູນຈາກປະຊາຊົນແມ່ນຕ້ອງສ້າງເງື່ອນໄຂເພື່ອໃຫ້ປະຊາຊົນດຳເນີນການຜະລິດ. ເວົ້າລວມແລ້ວ ສິ່ງຫຍຸ້ງຍາກ ແລະ ສຳຄັນທີ່ສຸດແມ່ນ ຕ້ອງຊ່ວຍເຫຼືອປະຊາຊົນລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ. ຈາກນັ້ນຈະສ້າງການຫັນປ່ຽນໃນທຸກດ້ານ ”