ທ່ານປະທານປະເທດ ຕ້ອນຮັບທ່ານປະທານ ຄະນະກຳມະການສາມັກຄີ ອິນເດຍ-ຫວຽດນາມ, ລັດ Bengal ຕາເວັນຕົກ

ທ່ານປະທານປະເທດ ຕ້ອນຮັບທ່ານປະທານ ຄະນະກຳມະການສາມັກຄີ ອິນເດຍ-ຫວຽດນາມ, ລັດ Bengal ຕາເວັນຕົກ  - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ​ຕ້ອນຮັບ
ປະທານຄະນະ​ກຳມະການ​ຄວາມ​ສາມັກ​ຄີ ອິນ​ເດຍ-ຫວຽດນາມ
(ພາບ: TTXVN)


(vovworld) - ​ ຕອນ​ບ່າຍ​ວັນ​ທີ 11/12, ທີ່​ການ​ຕ້ອນຮັບ​ທ່ານ Geetesh Sharma, ປະທານຄະນະ​ກຳມະການ​ຄວາມ​ສາມັກ​ຄີ ອິນ​ເດຍ-ຫວຽດນາມ, ລັດ Bengal ​ຕາ​ເວັນ​ຕົກ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ໄດ້​ສະ​ແດງ​ຄວາມ​ພາກ​ພູມ​ໃຈ ຕໍ່​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ​ໂດຍ​ທ່ານ​ປະທານ​ໂຮ່ຈິ​ມິນ ​ແລະ ທ່ານ​ນາຍົກລັດຖະມົນຕີ Ne-ru ​​ເພີ່ມ​ພູນ​ຄູນ​ສ້າງ​ ເຊິ່ງ​ການ​ນຳ ​ແລະ ປະຊາຊົນ 2 ປະ​ເທດ​ໄດ້ຮັກສາ ​ແລະ ​ເສີມ​ຂະຫຍາຍມາ​ຮອດ​ປະຈຸ​ບັນ​​. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ເນັ້ນ​ໜັກ​ວ່າ: ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ການ​ນຳ 2 ປະ​ເທດ​ໃນ​ການ​ຍູ້​ແຮງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ-​ອິນ​ເດຍ ​ໃນ​ທຸກ​ຂົງ​ເຂດ​ນັບແຕ່​ດ້ານ​ການ​ເມືອງ, ການ​ທູດ, ວັດທະນະທຳ, ການ​ສຶກສາ, ການ​ຕ່າງປະ​ເທດ​ປະຊາຊົນ, 2 ປະ​ເທດ​ຍາມ​ໃດ​ກໍ່​ສະຫງວນ​ການ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ 2 ປະ​ເທດ​ບັນດາຂົງ​ເຂດ​ຮ່ວມ​ມື​ຈະ​ນັບ​ມື້​ນັບ​ເປີດ​ກ້ວາງ ​ແລະ ລົງ​ເລິກ, ​ໃນ​ນັ້ນ​ມີການ​ເປີດ​ສາຍ​ການບິນ​ໂດຍ​ກົງ​ເຊື່ອ​ມຈອດ​ບັນດາ​ນະຄອນ​ໃຫຍ່​ຂອງ​ອິນ​ເດຍ ​ແລະ ບັນດາ​ນະຄອນ​ໃຫຍ່​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ