ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ທະ​ລຸເສັ້ນ​ທາງ​ດ່ວນ ຈູ​ງ​ເລືອງ - ໝີ​ທ້ວນ

(VOVWORLD) -ເສັ້ນທາງດ່ວນ ຈູງເລືອງ - ໝີທ້ວນ ມີບົດບາດສຳຄັນເປັນພິເສດໃນການແລກປ່ຽນຄ້າຂາຍທີ່ເຊື່ອມຕໍ່ລະຫວ່າງ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ ຫວຽດນາມ ກັບນະຄອນ ໂຮ່ຈີມິນ ແລະ ບັນດາເຂດເສດຖະກິດຈຸດສຸມທາງພາກໃຕ້. 
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ທະ​ລຸເສັ້ນ​ທາງ​ດ່ວນ ຈູ​ງ​ເລືອງ - ໝີ​ທ້ວນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີທະລຸເສັ້ນທາງດ່ວນ ຈູງເລືອງ - ໝີທ້ວນ (ພາບ: VOV)

ຕອນເຊົ້າວັນທີ 19 ມັງກອນ, ຢູ່ແຂວງ ຕຽນຢາງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີທະລຸເສັ້ນທາງດ່ວນ ຈູງເລືອງ - ໝີທ້ວນ, ເພື່ອຮັບໃຊ້ການສັນຈອນໄປມາໃນໂອກາດບຸນປີໃໝ່ປະຈຳຊາດ ຫຼື ບຸນເຕັດປີຂານ 2022. ເສັ້ນທາງດ່ວນ ຈູງເລືອງ - ໝີທ້ວນ ມີບົດບາດສຳຄັນເປັນພິເສດໃນການແລກປ່ຽນຄ້າຂາຍທີ່ເຊື່ອມຕໍ່ລະຫວ່າງ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ ຫວຽດນາມ ກັບນະຄອນ ໂຮ່ຈີມິນ ແລະ ບັນດາເຂດເສດຖະກິດຈຸດສຸມທາງພາກໃຕ້. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ໂຄງລ່າງຄົມມະນາຄົມ ແມ່ນສິ່ງທີ່ສຳຄັນທີ່ສຸດສຳລັບ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ ຫວຽດນາມ ແລະ ຄວາມຕັດສິນໃຈສູງຂອງສູນກາງ, ຂອງເຈົ້າຂອງລົງທຶນ, ບັນດາກົມກອງທີ່ກ່ຽວຂ້ອງ ຊ່ວຍໃຫ້ໂຄງການຜັນຂະຫຍາຍໂດຍໄວ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ນຳວ່າ ຂະແໜງຄົມມະນາຄົມ - ຂົນສົ່ງ ຄວນຍູ້ໄວການກໍ່ສ້າງຂົວໝີທ້ວນ ແລະ ຜັນຂະຫຍາຍໃນທັນທີ, ໃຫ້ທັນການ, ເພື່ອຮັບປະກັນຄຸນນະພາບຂອງເສັ້ນທາງດ່ວນ ໝີທ້ວນ - ເກີນເທີ ທີ່ມີລວງຍາວ 46 ກິໂລແມັດ. ພ້ອມກັນນັ້ນ ແມ່ນສືບຕໍ່ລົງມືກໍ່ສ້າງເສັ້ນທາງດ່ວນຕອນເກີ່ນເທີ - ກາເມົາ ທີ່ນອນຢູ່ໃນແຜນນະໂຍບາຍແລ້ວ; ພິເສດເສັ້ນທາງແຄມທະເລທີ່ລັດຖະບານ ແລະ ສະພາແຫ່ງຊາດເປັນເອກະພາບແລ້ວນັ້ນ ຄວນປະກາດກໍ່ສ້າງທັງໝົດເສັ້ນທາງທີ່ຢູ່ທາງທິດຕາເວັນຕົກຂອງທະເລຕາເວັນອອກໂດຍໄວ.

        ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ໄປຈູດທູບທຽນບູຊາຢູ່ວິຫານເຈົ້າຊີວິດ ຮຸ່ງ ຢູ່ນະຄອນ ເກີ່ນເທີ.

ຕອບກັບ

ຂ່າວ/ບົດ​ອື່ນ