ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີປຸກລະດົມເດື່ອນມະນຸດສະທຳປີ 2022

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດ, ອົງການຈັດຕັ້ງສາກົນ, ຜູ້ໃຈບຸນໃຈກຸສົນ ແລະ ປະຊາຊົນທຸກຖ້ວນໜ້າ ຈົ່ງສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງພ້ອມກັບສະພາກາແດງ ຫວຽດນາມ ເພື່ອໜູນຊ່ວຍຜູ້ທຸກຍາກ
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີປຸກລະດົມເດື່ອນມະນຸດສະທຳປີ 2022 - ảnh 1 ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)

ຕອນຄ່ຳວັນທີ 28 ເມສາ, ຢູ່ແຂວງ ເທື່ອທຽນເຫ້ວ, ສູນກາງສະພາກາແດງ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຈັດພິທີປຸກລະດົມເດື່ອນມະນຸດສະທຳປີ 2022 ດ້ວຍຫົວຂໍ້ “ຕິດພັນວົງຄະນະຍາດ - ແຜ່ຂະຫຍາຍການກະທຳມະນຸດສະທຳ” ແລະ ສະເຫຼີມສະຫຼອງວັນສະພາກາແດງ ແລະ ກາຊີກວົງເດືອນແດງສາກົນ (ຄືວັນທີ 08 ພຶດສະພາ).

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດ, ອົງການຈັດຕັ້ງສາກົນ, ຜູ້ໃຈບຸນໃຈກຸສົນ ແລະ ປະຊາຊົນທຸກຖ້ວນໜ້າ ຈົ່ງສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງພ້ອມກັບສະພາກາແດງ ຫວຽດນາມ ເພື່ອໜູນຊ່ວຍຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມ ໃຫ້ນັບມື້ນັບຫຼາຍກວ່າ. ໃນໄລຍະຈະມາເຖິງ, ດ້ວຍຄວາມປາດຖະໜາວ່າ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງວ່າ:

        “ການເຄື່ອນໄຫວອາສາສະໝັກ, ມະນຸດສະທຳ ບໍ່ສະເພາະແຕ່ແມ່ນຄວາມຮັບຜິດຊອບຂອງລັດ, ອົງການຈັດຕັ້ງ, ວົງຄະນະຍາດ ຫຼື ສ່ວນບຸກຄົນໃດ ຫາກແມ່ນໜ້າທີ່ລວມຂອງທົ່ວສັງຄົມ, ໃນນັ້ນ ລັດ ຕ້ອງສວມບົດບາດເປັນເຈົ້າການ ແລະ ກຳນົດທິດ. ປະຊາຊົນແຕ່ລະຄົນ, ອົງການຈັດຕັ້ງ ບໍ່ຈຳແນກພາກລັດ - ເອກະຊົນ ລ້ວນແຕ່ມີສິດເຂົ້າຮ່ວມ ແລະ ມີຄວາມຮັບຜິດຊອບ ປະກອບສ່ວນໃຫ້ແກ່ເປົ້າໝາຍໃຫ້ບັນລຸປະສິດທິຜົນ ແລະ ມີຄວາມໝາຍຫຼາຍກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ