ທ່ານປະທານປະເທດ ຫງວຽນຊວັນຟຸກ ເດີນທາງໄປຢ້ຽມຢາມ ສິງກະໂປ ທາງລັດຖະກິດ
(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ສິງກະໂປ , ຕອນບ່າຍວັນທີ 24 ກຸມພາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມ ສິງກະໂປ ທາງລັດຖະກິດ ນັບແຕ່ 24 -26 ກຸມພາ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມ ສິງກະໂປ (ພາບ: TTXVN) |
ການຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ມີຄວາມໝາຍສຳຄັນພິເສດ, ຍ້ອນໄດ້ດຳເນີນໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ພວມພັດທະນາຢ່າງດີງາມໃນທຸກຂົງເຂດ. ເປັນຕົ້ນແມ່ນໃນຂະນະ ທີ່ສອງປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2023.
ນັບແຕ່ເມື່ອເກີດໂລກລະບາດໂຄວິດ - 19 ໃນປີ 2019 ມາຮອດປັດຈຸບັນ, ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງປະມຸກລັດຫວຽດນາມທີ່ ໄປຢ້ຽມຢາມ ສິງກະໂປ ແລະ ກໍ່ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດ ເຊິ່ງ ສິງກະໂປ ຕ້ອນຮັບປະມຸກລັດຕ່າງປະເທດມາຢ້ຽມຢາມ. ດັ່ງນັ້ນ, ການຢ້ຽມຢາມກໍ່ເພື່ອແນໃສ່ສືບຕໍ່ຢັ້ງຢືນຄວາມຕັດສິນໃຈພັດທະນາເສດຖະກິດຂອງ ຫວຽດນາມ ແລະ ສ້າງຄວາມສະດວກໃຫ້ແກ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ບັນດານັກລົງທຶນ, ຍົກອອກສານສຳຄັນ, ຊ່ວຍເຫຼືອບັນດານັກລົງທຶນສິງກະໂປ ມີຄວາມອຸ່ນອ່ຽນໃຈສືບຕໍ່ທຳມາຫາກິນຢູ່ ຫວຽດນາມ, ນັບທັງໃນສະພາບການເກີດໂລກລະບາດໂຄວິດ - 19.