ທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນສັກຂີພິຍານຫຼາຍໂຄງການຮ່ວມມືສຳຄັນລະຫວ່າງຫວຽດນາມແລະກຸຍບາ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືຫຼາຍສະບັບລະຫວ່າງ 2 ກະຊວງສາທາລະນະສຸກ ແລະ ບັນດາວິສາຫະກິດຂອງ 2 ປະເທດ ກ່ຽວກັບເລື່ອງຊື້ວັກຊິນ Abdala ຈຳນວນ 5 ລ້ານໂດສ
ທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນສັກຂີພິຍານຫຼາຍໂຄງການຮ່ວມມືສຳຄັນລະຫວ່າງຫວຽດນາມແລະກຸຍບາ - ảnh 1ພິທີລົງນາມເອກະສານຮ່ວມມື
(ພາບ: TTXVN)

ຕອນເຊົ້າວັນທີ 20 ກັນຍາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມສູນເຕັກນິກສືບພັນ ແລະ ເຕັກໂນໂລຊີຊີວະຊາດຂອງກຸຍບາ (CIGB). ນີ້ແມ່ນສູນຄົ້ນຄວ້າບັນດາຜະລິດຕະພັນການຢາແຖວໜ້າຂອງກຸຍບາ. ຢູ່ທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືຫຼາຍສະບັບລະຫວ່າງ 2 ກະຊວງສາທາລະນະສຸກ ແລະ ບັນດາວິສາຫະກິດຂອງ 2 ປະເທດ ກ່ຽວກັບເລື່ອງຊື້ວັກຊິນ Abdala ຈຳນວນ 5 ລ້ານໂດສ ກໍຄືເລື່ອງ ກຸຍບາ ຖ່າຍຖອດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19 ໃຫ້ແກ່ຫວຽດນາມ. ກ່າວຄຳເຫັນພາຍຫຼັງພິທີລົງນາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ຫຼາຍຂົງເຂດຮ່ວມມືໄດ້ຮັບການລົງນາມລະຫວ່າງ 2 ປະເທດ, ນີ້ແມ່ນໝາກຜົນອັນໃຫຍ່ຫຼວງໃນການຢ້ຽມຢາມຄັ້ງນີ້. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງເລິກເຊິ່ງກ່ຽວກັບສາຍພົວພັນລະຫວ່າງ 2 ປະເທດ ແລະ ຂໍອວຍພອນໃຫ້ພັກກອມມູນິດ ກຸຍບາ ແລະ ປະເທດ ກຸຍບາ ອ້າຍນ້ອງ ຈະປະສົບຜົນສຳເລັດ ແລະ ກ້າວຂຶ້ນສັງຄົມນິຍົມ ແລະ ພັດທະນາປະເທດຊາດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ປະຊາຊົນ ກຸຍບາ ຈະຜ່ານຜ່າຄວາມຫຍຸ້ງຍາກ ແລະ ສືບຕໍ່ກ້າວຂຶ້ນໃນໄລຍະຈະມາເຖິງ”.

        ໃນຂອບເຂດການຢ້ຽມຢາມກຸຍບາ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຢ່າງເປັນທາງການນີ້, ວັນທີ 19 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານການຕ່າງປະເທດ ກຸຍບາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ກໍ່ມີພົບປະ 2 ຝ່າຍກັບຜູ້ຮັກສາການລັດຖະມົນຕີການຕ່າງປະເທດກຸຍບາ Marcelino Medina.

ຕອບກັບ

ຂ່າວ/ບົດ​ອື່ນ