ທ່ານປະທານປະເທດ ຫວຽດນາມ ຝາກຈົດໝາຍຂອບໃຈທ່ານປະທານາທິບໍດີ ລັດເຊຍ

(VOVWORLD) - ວັນທີ 07 ພະຈິກ 2017, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ອອກຄຳສັ່ງໃຫ້ລັດຖະບານສະຫະພັນ ລັດເຊຍ ໃຫ້ຊ່ວຍເຫຼືອດ່ວນຈຳນວນເງິນ 5 ລ້ານ USD 
 

ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ສົ່ງຈົດໝາຍສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ຕໍ່ການໜູນຊ່ວຍອັນລ້ຳຄ່າ ແລະ ທັນການຂອງ ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin, ຂອງລັດຖະບານ ແລະ ປະຊາຊົນ ສະຫະພັນ ລັດເຊຍ ທີ່ໄດ້ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກພະຍຸ Damrey ຢ່າງທັນການ.

        ໂດຍໄດ້ຮັບຂ່າວຄາວວ່າ ພະຍຸ Damrey ໄດ້ກໍ່ຜົນຮ້າຍຢ່າງໜັກໜ່ວງໃຫ້ບັນດາແຂວງພາກກາງ ຫວຽດນາມ, ວັນທີ 07 ພະຈິກ 2017, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ອອກຄຳສັ່ງໃຫ້ລັດຖະບານສະຫະພັນ ລັດເຊຍ ໃຫ້ຊ່ວຍເຫຼືອດ່ວນຈຳນວນເງິນ 5 ລ້ານ USD ເພື່ອແນໃສ່ຊ່ວຍເຫຼືອ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກພະຍຸດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ