(VOVWORLD) - ຕອນເຊົ້າວັນທີ 31 ພຶດສະພາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ເດັກພິການ ເຊິ່ງພວມພັກອາໄສຢູ່ສູນອຸປະກະລະເດັກພິການຮ່າໂນ້ຍ ຢູ່ເມືອງ ເຈືອງໝີ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ມອບຂອງຂວັນໃຫ້ແກ່ສູນອຸປະກະລະເດັກພິການຮ່າໂນ້ຍ |
|
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍເອົາໃຈໃສ່ເຖິງເດັກນ້ອຍ. ທ່ານ ຊີ້ແຈ້ງວ່າ ການເບິ່ງແຍງດູແລ, ປົກປ້ອງເດັກ ກໍຕ້ອງມີການຮ່ວມແຮງຮ່ວມໃຈ, ມີຄວາມຮັບຜິດຊອບ ແລະ ມະໂນທຳຂອງທົ່ວສັງຄົມ. ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ຮັບຮູ້ເລື່ອງບັນດາຄູອາຈານ, ພະນັກງານຂອງສູນ ໄດ້ມີຄວາມຮັບຜິດຊອບ, ສຸດອົກສຸດໃຈໃນການເບິ່ງແຍງດູແລ, ລ້ຽງດູ, ປະກອບຄວາມຮູ້ ແລະ ທັກສະດຳລົງຊີວິດໃຫ້ແກ່ເດັກ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວວ່າ:
“ຂ້າພະເຈົ້າຍ້ອງຍໍຊົມເຊີຍລະບົບການສຶກສາຂອງໂຮງຮຽນພິການກວ່າ 100 ແຫ່ງໃນທົ່ວປະເທດ. ນັ້ນແມ່ນໝາກຜົນອັນໃຫຍ່ຫຼວງໃນນະໂຍບາຍເບິ່ງແຍງດູແລຄົນພິການ, ນະໂຍບາຍບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງຂອງພັກ, ລັດ ທີ່ມີຕໍ່ເດັກພິການ - ຜູ້ທີ່ມີໂຊກບໍ່ດີ ເພື່ອໃຫ້ເຂົາເຈົ້າມີບ່ອນຮ່ຳຮຽນ, ສຶກສາ, ຝຶກຝົນຫຼໍ່ຫຼອມ, ເຕີບໃຫຍ່, ພັດທະນາ, ສືບຕໍ່ປະກອບສ່ວນໃຫ້ແກ່ສັງຄົມ”.