ທ່ານປະທານປະເທດ ເຂົ້າຮ່ວມພິທີລົງນາມໃນ ໂຄງການສົມທົບວຽກງານ ມະນຸດສະທຳ
(ທ່ານປະທານປະເທດ ເຈືອງເຕິ໋ນຊາງ ເຂົາຮ່ວມ
ພິທີລົງນາມໃນໂຄງການສົມທົບວຽກງານມະນຸດສະທຳ)
(vovworld) – ຕອນບ່າຍວັນທີ 14/10, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນໂຄງການສົມທົບວຽກງານມະນຸດສະທຳ ໄລຍະ 2013 – 2018 ລະຫວ່າງສູນກາງສະພາກາແດງຫວຽດນາມ ແລະ 10 ອົງການຈັດຕັ້ງ. ກ່າວຄວາມເຫັນທີ່ພິທີ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຢືນຢັນວ່າ: ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງວຽກງານຮັບປະກັນຊີວິດສັງຄົມ, ເອົາໃຈໃສ່ເບິ່ງແຍງ ແລະ ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນຢ່າງບໍ່ຢຸດຢັ້ງ, ພິເສດແມ່ນປະຊາຊົນຢູ່ເຂດຫ່າງໄກຊອກຫຼີກ, ເຂດຊາຍແດນ, ເຂດໝູ່ເກາະ ແລະຍາມໃດກໍ່ເອົາໃຈໃສ່, ສົ່ງເສີມ, ປຸກລະດົມການເຄື່ອນໄຫວມະນຸດສະທຳ. ທ່ານປະທານຖືວ່າ, ການລົງນາມໃນໂຄງການນີ້ ຈະສ້າງເປັນກົນໄກ, ເພີ່ມທະວີການຮ່ວມສຳພັນ, ຊຸກຍູ້ການເຄື່ອນໄຫວມະນຸດສະທຳ, ດ້ວຍບົດບາດແກ່ນສານ, ເປັນຂົວຕໍ່, ປະສານງານຂອງສະພາກາແດງຫວຽດນາມ. ໃນພິທີລົງນາມ, ສູນກາງສະພາກາແດງຫວຽດນາມ ສືບຕໍ່ໄດ້ຮັບເງິນບໍລິຈາກກວ່າ 24 ຕື້ດົ່ງ ຈາກບັນດາອົງການ, ອົງການຈັດຕັ້ງ ທີ່ສະໜັບສະໜູນປະຊາຊົນພາກກາງແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.