ທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ ແລະເອຢິບ
(VOVWORLD) -ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ ແລະ ເອຢິບ ໃນລະຫວ່າງວັນທີ 23 – 29 ສິງຫາ 2018.
(ພາບປະກອບ: TTXVN) |
ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານປະທານາທິບໍດີ ເອທີໂອປີ Mulatu Teshome ແລະ ທ່ານ ປະທານາທິບໍດີ ເອຢິບ Abdel Fattah Al Sisi, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ ແລະ ເອຢິບ ໃນລະຫວ່າງວັນທີ 23 – 29 ສິງຫາ 2018.
ການຢ້ຽມຢາມຄັ້ງນີ້ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບ ເອທີໂອປີ ແລະ ເອຢິບໃນຫຼາຍຂົງເຂດ, ໂດຍສະເພາະແມ່ນດ້ານການເມືອງ, ເສດຖະກິດ ແລະການຄ້າ.