ທ່ານປະທານປະເທດເຈືອງເຕີນຊາງ ຕ້ອນຮັບທ່ານ John Russell Baird ລັດຖະມົນຕີການຕ່າງປະເທດ ການາດາ
ພາບ: internet
|
(vovworld)- ຕອນບ່າຍວັນທີ 12/3, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານ John Russell Baird ລັດຖະມົນຕີການຕ່າງປະເທດ ການາດາ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ນມີນ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຢືນຢັນວ່າ: ຫວຽດນາມ ຖືການພັດທະນາການພົວພັນກັບ ການາດາ ເປັນສຳຄັນ ແລະ ຢາກສອງຝ່າຍສືບຕໍ່ຊຸກຍູ້ການພົວພັນບົນພື້ນຖານຂອງຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ, ເປັນປົກກະຕິ ແລະ ຍາວນານ. ທ່ານປະທານປະເທດ ເຈືອງເຕີນຊາງ ສະເຫນີລັດຖະບານ ການາດາ ສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວົງຄະນາຍາດຊາວ ຫວຽດນາມ ອາໄສຢູ່ ການາດາ ເຈືອຈານ, ພັດທະນາ ແລະ ປະກອບສ່ວນແກ່ການພັດທະນາຂອງ ການາດາ ກໍ່ຄືການພົວພັນລະຫວ່າງສອງປະເທດ. ສ່ວນທ່ານລັດຖະມົນຕີ ການາດາ John Russell Baird ປາດຖະຫນາຢາກເພີ່ມທະວີການພົວພັນລະຫວ່າງສອງປະເທດ ນັບທັງສອງຝ່າຍ ແລະ ຫລາຍຝ່າຍ.