ທ່ານປະທານປະເທດ ເຈືອງເຕີນຊາງ ເດີນທາງໄປຢ້ຽມຢາມທາງລັດຖະກິດ ເຖິງ ຈີນ

ທ່ານປະທານປະເທດ ເຈືອງເຕີນຊາງ ເດີນທາງໄປຢ້ຽມຢາມທາງລັດຖະກິດ ເຖິງ ຈີນ - ảnh 1
(ທ່ານ​ປະທານ​ປະ​ເທ​ດຫວຽດນາມ ​ເຈືອງ​ເຕີນ​ຊາງ)

(vovworld) - ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສປ ຈີນ ສື​ຈິ້ນ​ຜິ​ງ, ຕອນ​ເຊົ້າ​ວັນ​ທີ 19/06, ທ່ານ​ປະທານ​ປະ​ເທ​ດຫວຽດນາມ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ສສ ຫວຽດນາມ ​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ສປຈີນ ​ແຕ່​ວັນ​ທີ19 – 21/06. ນີ້​ແມ່ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອ​ນ​ເຕີນ​ຊາງ ​ເຖິງ ສປ ຈີນ ​ໃນ​ຖານະ​ເປັນ​ປະທານ​ປະ​ເທດ ​ແລະ ກໍ​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ລັດຖະກິດ​ທຳ​ອິດ​ເຖິງ ຈີນ ຂອງ​ການ​ນຳ​ຂັ້ນ​ສູງ ສສ ຫວຽດນາມ ພາຍຫຼັງ​ຈີນ ມີ​ຄະນະ​ການ​ນຳ​ໃໝ່. ການ​ຢ້ຽມຢາມ​ຈີນ ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແມ່ນ​ເພື່ອ​ແນ​ໃສ່​ຢືນຢັນ​ນະ​​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ຫວຽດນາມ ​ໃນ​ການ​ພົວພັນ​ກັບ​ພັກ, ລັດ ຈີນ. 2 ຝ່າຍ​ຮັກສາການ​ພັດທະນາ​ການ​ພົວພັນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ການ​ຢ້ຽມຢາມ​ ​ແລະ ການ​ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ ດ້ວຍ​ຈຸດສຸມ​ແມ່ນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ພັກ, 2 ລັດ, ​ເຮັດ​ໃຫ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ມີ​ບາດກ້າວ​ພັດທະນາ​ຢ່າງແທດ​ຈິງ ຕາມ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ທຸກ​ຂົງ​ເຂດ ​ໃຫ້​ນັບ​ມື້​ນັບກ້າວ​ເຂົ້າ​ສູ່​ລ່ວງ​ເລິກ, ​ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ.
ຕອນບ່າຍວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງຮອດນະຄອນຫລວງປັກກີ່ງ. ມາຕ້ອນຮັບທ່ານປະທານປະເທດຢູ່ສະຫນາມບິນ ມີທ່ານລັດຖະມົນຕີ ການຕ່າງປະເທດຈີນ, ທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫວຽນາມ ປະຈຳຈີນ ພ້ອມດ້ວຍພະນັກງານສະຖານທູດຫວຽດນາມ ລະ ຊາວຫວຽດນາມ ອາໄສຢູ່ຈີນ. ພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດເຈືອງເຕີນຊາງ ແລະ ທ່ານປະທານປະເທດຈີນ ສືຈິ້ງຜິງ ດຳເນີນການເຈລະຈາ.
ຂ່າວ/ບົດ​ອື່ນ