(vovworld) - ຕອນເຊົ້າວັນທີ 15/2, ຢູ່ນະຄອນຕວຽນກວາງ ແຂວງ ຕວຽນກວາງ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງອະນຸສາວະລີ ລຸງໂຮ່ກັບປະຊາຊົນບັນດາເຜົ່າແຂວງ ຕວຽນກວາງ.
ອະນຸສາວະລີ “ລຸງໂຮ່ກັບປະຊາຊົນບັນດາເຜົ່າແຂວງ ຕວຽນກວາງ” ໄດ້ຮັບການກໍ່ສ້າງຢູ່ສະໜາມຫຼວງ ຫງວຽນເຕີດແທ່ງ, ໃນບໍລິເວນເນື້ອທີ່ ປະມານ 8,5 ha. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ: ອະນຸສາວະລີ “ລຸງໂຮ່ກັບປະຊາຊົນບັນດາເຜົ່າແຂວງຕວຽນກວາງ” ແມ່ນກິດຈະກຳປະຫວັດສາດມີຄວາມໝາຍສຳຄັນພິເສດ, ສະແດງນ້ຳໃຈເຄົາລົບຮັກແພງ, ຄວາມຮູ້ບຸນຄຸນທີ່ລົ້ນເຫຼືອຂອງອົງຄະນະພັກ, ປະຊາຊົນຕວຽນກວາງ ແລະ ປະຊາຊົນຫວຽດນາມທີ່ມີຕໍ່ລຸງໂຮ່, ພ້ອມທັງມີຄວາມໝາຍສຳຄັນພິເສດໃນການສຶກສາມູນເຊື້ອຮັກຊາດໃຫ້ແກ່ຊາວຫວຽດນາມລຸ້ນຕ່າງໆ, ທ່ານ ເຈືອງເຕີນຊາງ ເວົ້າວ່າ.
“ ດ້ວຍຄວາມໝາຍອັນໃຫຍ່ຫຼວງ, ຂ້າພະເຈົ້າສະເໜີວ່າ ໃນວິວັດການຜັນຂະຫຍາຍ, ປະຕິບັດໂຄງການ, ແຂວງ ຕວຽນກວາງ ຄວນສົມທົບກັບບັນດາກະຊວງ, ຂະແໜງການສູນກາງຊີ້ນຳນຳພາກໍ່ສ້າງກິດຈະກຳເພື່ອຮັບປະກັນຖືກຕ້ອງຕາມຂັ້ນຕອນ, ຄຸ້ມຄອງຢ່າງແໜ້ນແຟ້ນ, ຮັບປະກັນຄຸນນະພາບທາງດ້ານເຕັກນິກ, ຄວາມສວຍງາມ … ຂ້າພະເຈົ້າເຊື້ອໝັ້ນວ່າໃນໄລຍະພັດທະນາໃໝ່, ແຂວງ ຕວຽນກວາງຈະເສີມຂະຫຍາຍມູນເຊື້ອປະຕິວັດ, ຮໍ່າຮຽນ ແລະ ປະຕິບັດຕາມແນວຄິດແບບຢ່າງຄຸນສົມບັດປະທານ ໂຮ່ຈິມິນ, ດ້ວຍຈິດໃຈສາມັກຄີ, ເຫັນດີເຫັນພ້ອມ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ … ແນ່ນອນວ່າແຂວງ ຕວຽນກວາງ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທຸກດ້ານ, ທ່າແຮງ, ແຫຼ່ງຊັບພະຍາກອນຂອງແຂວງໃຫ້ເປັນຢ່າງດີ, ສືບຕໍ່ຍູ້ແຮງກິດຈະການປ່ຽນແປງໃໝ່, ປະຕິບັດມະຕິຂອງກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ 15 ຢ່າງມີໄຊ, ນຳແຂວງ ຕວຽນກວາງ ກາຍເປັນແຂວງພັດທະນາໃນເຂດພູດວຍທາງພາກເໜືອໄດຍໄວ, ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກຢ່າງມີໄຊ ແລະ ນຳປະເທດ ຫວຽດນາມ ກາຍເປັນປະເທດທີ່ທັນສະໄໝໃນປີ 2020.”