ທ່ານປະທານປະເທດ ເຈືອງເຕີ້ນຊາງ ໃຫ້ການຕ້ອນຮັບຮອງປະທານສະພາແຫ່ງຊາດລາວ
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງຕ້ອນຮັບ
ທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນແພງຄຳມີ
|
Vovworld- ວັນທີ 13/3, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນແພງຄຳມີພ້ອມດ້ວຍຄະນະຜູ້ແທນສະພາແຫ່ງຊາດລາວ ຊຶ່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນແພງຄຳມີ ເນັ້ນໜັກວ່າ ຈະສືບຕໍ່ພ້ອມກັບສະພາແຫ່ງຊາດຫວຽດນາມ ສ້າງສາຍພົວພັນ ຮ່ວມມືຢ່າງໝັ້ນຄົງ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ, ປະກອບສ່ວນຍົກລະດັບການ ພົວພັນ ຮ່ວມມືມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ 2 ປະເທດ ແລະ ສະແດງຄວາມຫວັງວ່າ ທ່ານປະທານປະເທດ ຫວຽດນາມພ້ອມກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ສືບຕໍ່ສ້າງເງື່ອນໄຂ ອຳນວຍຄວາມສະດວກເພື່ອໃຫ້ບັນດາຄະນະຜູ້ແທນຂັ້ນສູງຂອງລາວມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນແພງຄຳມີ ຍັງຢືນຢັນວ່າ ລາວສະໜັບ ສະໜູນຫຼັກໝັ້ນຂອງຫວຽດນາມໃນການເປັນເຈົ້າພາບຈັດເວທີປາໄສລັດຖະສະພາລະຫວ່າງຊາດໂດຍມີການເຂົ້າຮ່ວມຂອງບັນດາສະພາແຫ່ງຊາດປະເທດຕ່າງໆໃນພາກພື້ນ. ສ່ວນ ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງໄດ້ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງສາຍພົວພັນ ຮ່ວມມືມິດຕະພາບທີ່ເປັນມູນເຊື້ອແບບພິເສດ ລະຫວ່າງ 2 ປະເທດ.
ແລະ ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງໄດ້ໃຫ້ການຕ້ອນຮັບທ່ານ Alexander Feldman ປະທານສະພາທຸລະກິດອາເມລິກາ-ອາຊຽນ ຊຶ່ງພວມນຳໜ້າຄະນະຜູ້ແທນບັນດາວິສາຫະກິດຊັ້ນນຳຂອງອາເມລິກາ ຊຶ່ງພວມເຄື່ອນໄຫວຢ້ຽມຢາມຫວຽດນາມ.