ວັນທີ 24/1(ຄືວັນທີ 2 ຂອງບຸນເຕັດ), ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໄປຖະຫວາຍທູບທຽນຢູ່ວິຫານບູຊານັກຮົບເສຍສະຫລະຊີວິດເພ່ືອຊາດ ເມືອງເຍີນແຈກ ແລະ ຢື້ຢາມຖາມຂ່າວ ອວຍພອນບຸນເຕັດກຳມະກອນຢູ່ເຂດອຸດສາຫະກຳ ເຍີນແຈກ ນະຄອນ ບຽນຮ່ວາ ແຂວງ ດົ່ງນາຍ. ນະທີ່ນີ້ ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ສະເຫນີໃຫ້ກຳມະບານບໍລິສັດ ແລະ ສະຫະພັນແຮງງານ ຄວນເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງຄົນງານກວ່າອີກ. ໂດຍມີຄວາມຕື້ນຕັນໃຈຕໍ່ອາລົມຈິດຂອງປະທານປະເທດທີ່ສະຫງວນໃຫ້ແກ່ຄົນງານ, ອ້າຍ ມາຍວັນເຫົ້າ ກຳມະກອນຂອງບໍລິສັດ Fomorsa ເວົ້າວ່າ:
“ເມື່ອໄດ້ຮັບຂ່າວວ່າ ທ່ານປະທານປະເທດ ແລະ ສະຫະພັນແຮງງານລົງຢ້ຽມຢາມ, ພວກຂ້າພະເຈົ້າດີໃຈຫລາຍ ແລະ ຮູ້ສຶກມີຄວາມຜາສຸກ ເມື່ອເຫັນວ່າ: ພັກ, ລັດ ແລະທາງບໍລິສັດ ຍາມໃດກໍມີຄວາມເອົາໃຈໃສ່ເຖິງກຳມະກອນ.”
ເມື່ອລົງຢ້ຽມຢາມເຂດເຮືອນພັກຂອງກຳມະກອນຢູ່ກຸ່ມ 5 ເຂດຖະໜົນ 4 ນະຄອນ ບຽນຮວ່າ, ທ່ານປະທານປະເທດ ເຈືອງເຕີນຊາງ ຍ້ອງຍໍບັນດາເຈົ້າຂອງເຮືອນພັກທີ່ໄດ້ເອື້ອອຳນວຍຄວາມສະດວກເພື່ອໃຫ້ບັນດາກຳມະກອນ ຜູ້ທີ່ບໍ່ມີເງື່ອນໄຂກັບເມືອບ້ານ ໄດ້ຕ້ອນຮັບບຸນເຕັດຢູ່ທີ່ນີ້. ທ່ານປະທານປະເທດເວົ້າວ່າ:
“ຂ້າພະເຈົ້າຊົມເຊີຍການເບີ່ງແຍງຂອງວິສາຫະກິດ, ຂອງອຳນາດການປົກຄອງ ແລະ ໝູ່ມະຫາຊົນຢູ່ທ້ອງຖິ່ນ ໄດ້ຊ່ວຍເຫລືອກຳມະກອນຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ. ອວຍພອນໃຫ້ພວກສະຫາຍນັບມື້ນັບສ້າງລາຍຮັບໄດ້ສູງກວ່າ, ເບິ່ງແຍງດູແລລູກຫລານໃຫ້ດີກວ່າ ແລະ ໄດ້ຮຳ່ໄດ້ຮຽນ.”