ທ່ານປະທານປະເທດ ເຈືອງເຕີນຊາງເຮັດວຽກກັບ ການນຳແຂວງ ອານຢາງ

ຕອນ​ເຊົ້າ​ວັນ​ທີ 17/12, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ, ຫົວຫນ້າ ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ໝູ່​ຄະນະ​ພະ​ນັກ​ງານ​ແຂວງ ອານ​ຢາງ ກ່ຽວ​ກັບວຽກ​ງານ​ພັດທະນາ​ເສດຖະກິດ ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ປ້ອງ​ກັນຊາ​ດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ໝາກຜົນ​ທີ່​ແຂວງ ອານ​ຢາງ ບັນລຸ​ໄດ້​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ ສັງຄົມ, ພິ​ເສດ​ແມ່ນ​ວຽກ​ງານ​ປະຕິ​ຮູບ​ຕຸລາການ, ​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເປັນ​ຕົ້ນ​ຢູ່​ເຂດ​ຊົນ​ເຜົ່າ​ດຳລົງ​ຊີວິດ. ທ່ານ​ປະທານ​ປະ​ເທດ ກໍ​ໃສ່​ໃຈ​ວ່າ ທາງ​ແຂວງ ຄວນ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ວາງ​ແຜນ​ກຳນົດ​ການ​ພັດທະນາ​ເສດຖະກິດ ສັງຄົມ, ສຸມ​ໃສ່​ພັດທະນາ​ບັນດາ​ຜະລິດ​ຕະພັນ​ອຸດສາຫະກຳ​ມີ​ຄຸນຄ່າ​ດ້ານ​ເສດຖະກິດ​ສູງ ​ແລະ ບັນດາ​ຜະລິດ​ຕະພັນ​ມີ​ຕະຫລາດ​ເປັນ​ປົກກະຕິ. ພ້ອມ​ກັບ​ການ​ລົງທຶນ​ໃຫ້​ແກ່​ກະສິກຳ, ຊົນນະບົດ ​ແລະ ຊາວ​ກະສິກອນ​, ທາງ​ແຂວງ​ຄວນ​ທະວີຄູນ​ບັນດາ​ຮູບ​ແບບ​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ​ຕິດ​ພັນ​ກັບ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ.

        “ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ແຂວງ ອານ​ຢາງ. ທາງ​ແຂວງ​ຍາມ​ໃດ​ກໍ​ມີ​ຂໍ້​ລິ​ເລີ່​ມ, ​ໂດຍ​ແມ່ນ​ເຂດ​ແຕ່​ດົນ​ນານ​ແລ້ວ​​ໄດ້​ຜະລິດ​ສິນຄ້າ​​ເປັນ​ຢ່າ​ງດີ ​ແລະ ມີ​ຂອບ​ຂະຫນາດ​ນັບ​ມື້​ນັບ​ໃຫຍ່. ຂ້າພະ​ເຈົ້າ​ຊົມ​ເຊີຍ​ຕໍ່​ຮູບ​ແບບ​ທົ່ງ​ນາ​ເປັນ​ແບບຢ່າງ​ຂອງ​ແຂວງ. ​ແຕ່​ທາງ​ແຂວງ​ກໍ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ໃຫມ່​ກ່ຽວ​ກັບ​ການ​ພົວພັນ​ການ​ຜະລິດ​ຢູ່​ທົ່ງ​ນາ​ແບບຢ່າງ.“

 


ຕອບກັບ

ຂ່າວ/ບົດ​ອື່ນ