ທ່ານປະທານປະເທດ,ນາຍົກລັດຖະມົນຕີ,ປະທານສະພາແຫ່ງຊາດລາຍງານກ່ຽວກັບວຽກງານໃນອາຍຸການຜ່ານມາ

ທ່ານປະທານປະເທດ,ນາຍົກລັດຖະມົນຕີ,ປະທານສະພາແຫ່ງຊາດລາຍງານກ່ຽວກັບວຽກງານໃນອາຍຸການຜ່ານມາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ​ສະ​ເຫນີ​ບົດ​ລາຍ​ງານ​ກ່ຽວ​ກັບ
ວຽກ​ງານ​ໃນ​ອາ​ຍຸ​ການ​ຜ່ານ​ມາ
ພ​າບ:thanhtra.com
(vovworld)- ວັນ​ທີ 22/3, ບັນ​ດາ​ສະ​ມາ​ຊິກ​ສະ​ພ​າ​ແຫ່ງ​ຊາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ໄດ້​ຮັບ​ຟັງ​ບັນ​ດາ​ບົດ​ລາຍ​ງານ​ອາ​ຍຸ​ການ 5 ປີ ຂອງ​ບັນ​ດາ​ການ​ນຳ​ສູ​ງ​ສຸດ, ໃນ​ນັ້ນ ມີ​ບົດ​ລາຍ​ງານ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ.

       ໃນ ບົດ​ລາຍ​ງານ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ໄດ້​ຢືນ​ຢັນ​ວ່າ: ໃນ​ໄລ​ຍະ​ 5 ປີ​ຜ່ານ​ມາ, ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ຜັນ​ຂະ​ຫຍາຍ​ປະ​ລິ​ມານ​ວຽກ​ງານ​ຫລາຍ​ສົມ​ຄວນ ປະ​ກອບ​ສ່ວນ​ນຳ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ. ກ່ຽວ​ກັບ​ບົດ​ບາດ​ຫນ້າ​ທີ່​ສ້າງ​ລັດ​ຖະ​ທຳ​ມະ​ນູນ, ນິ​ຕິ​ບັນ​ຍັດ, ສະ​ພາ​ແຫ່ງ​ຊາດ ບັນ​ລຸ​ໄດ້​ໝາກ​ຜົນ​ທີ່ພົ້ນ​ເດັ່ນ, ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ພ້ອມ​ກັບ​ເລື່ອງ​ຮັບ​ຮອງ​ເອົາ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໄດ້​ພິ​ຈາ​ລະ​ນາ, ປັບ​ປຸງ, ເພີ່ມ​ເຕີມ ຫລື ປະ​ກາດ​ໃຊ້​ປະ​ມວນ​ກົດ​ໝາຍ​, ກົດ​ໝາຍ​ສຳ​ຄັນ​ໃຫມ່​ຫລາຍ​ສະ​ບັບ, ສ້າງ​ລະ​ບົບ​ນິ​ຕິ​ກຳ​ກ່ຽວ​ກັບ​ການກໍ່​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມສຳ​ເລັດໂດຍ​ພື້ນ​ຖານ, ຈັດ​ຕັ້ງ​ກົງ​ຈັກ​ລັດ, ລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ການ​ຕະ​ຫລາດ, ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ພື້​ນ​ຖານ​ຂອງ​ພົນ​ລະ​ເມືອງ, ສິດ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຊີ້​ແຈ້ງວ່າ:

        “ໃນ​ເງື່ອ​ນ​ໄຂ​ເສດ​ຖະ​ກິດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສະ​ພາ​ແຫ່ງ​ຊາດ ໄດ້​ມີ​ຫລາຍ​ລັດ​ຖະນະ​ໂຍ​ບາຍຄົບ​ຊຸດ​ເພື່ອ​ຮັບ​ມື​ຢ່າງ​ທັນ​ການ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ການເງິນແລະ ນະ​ໂຍ​ບາຍ​ງົບ​ປະ​ມານ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ມີ​ໄຫວ​ພິບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ດ້ານການ​ເງິນ​ແຫ່ງ​ຊາດ​ຢ່າງ​ຂ້ຽວ​ຂາດ, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມໄພ​ເງິນ​ເຟີ້, ຟື້ນ​ຕົວ ແລະ ສ້າງ​ທ່າ​ເຕີບ​ໂຕ​ເສດ​ຖະ​ກິດ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ມີ​ຫລາຍ​ລັດ​ຖະ​ນະ​ໂຍ​ບາຍ​ໄດ້ແກ້​ໄຂ​ບັນ​ດາ​ຄວາມຮ້ອນ​ເຮັ່ງໃນ​ຊີ​ວິດ​ຢ່າງ​ທັນ​ການ.”

        ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ​ກໍ​ມີ​ການ​ປ່ຽນ​ໃຫມ່​ຫລາຍ​ຢ່າງ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ໃນ​ກ​ານ​ເຄື່ອນ​ໄຫວ​ຂອງ​ທົ່ວ​ກົງ​ຈັກ​ລັດ ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ. ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ເປັນ​ຂີດ​ໝາຍ​ປະ​ຫ​ວັດ​ສາດ​ເມື່ອ​​ເປັນຄັ້ງ​ທຳ​ອິດ​​ທີ່ສະ​ພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳ​ລັບ​ບັນ​ດາ​ຕຳ​ແຫນ່ງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຫລື​ໃຫ້​ສັດ​ຕະ​ຍາ​ບັນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຕີ​ລາ​ຄາ​ວ່າ:

         “ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສ​ະ​ພາ​ແຫ່ງ​ຊາດ ໄດ້​ມີ​ການປ່ຽນ​ໃຫມ່​ຫລາຍ​ຢ່າງ, ສ້າງ​ການ​ຫັນປ່ຽນ​​ຢ່າງ​ແຮງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ກົງ​ຈັກ​ລັດ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ. ຜ່ານການ​ຕິດ​ຕາມກວດ​ກາ, ມີ​ຫລາຍ​ຂໍ້​ຈຳ​ກັດ, ອ່ອນ​ດ້ອຍ​ໃນ​ການ​ຄ​ຸ້ມ​ຄອງ​ຂອງ​ທຸກ​ຂັ້ນ, ​ທຸກຂະ​ແຫນງ​ການ​​ໄດ້​ພົບ​ເຫັນ ແກ້​ໄຂ ແລະ ສະ​ເຫນີ​ແກ້​ໄຂ, ສ້າງ​ການ​ກະ​ທົບຢ່າງ​ຕັ້ງ​ຫນ້າ​ໃນ​ສັງ​ຄົມ, ຈາກນັ້ນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ຕໍ່​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ແລະ ວຽກ​ງານ​ຄຸ້ມ​ຄອງ​ຂອງ​ລັດ.”       
        ລາຍ​ງານ​ຕໍ່​ຫນ້າ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ອາ​ຍຸ​ການ 5 ປີ​ຜ່ານ​ມາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ທົບ​ທວນ​ຄືນ​ໝາກ​ຜົນ​ຊື່ງ​ລັດ​ຖະ​ບານ​ບັນ​ລຸ​ໄດ້​ໃນ​ການ​ຄຸ້ມ​ຄອງ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ສັງ​ຄົມ, ບູ​ລະ​ນະ​ລະ​ບົບ​ກົງ​ຈັກ​ບໍ​ລິ​ຫານ​ລັດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຊີ້​ນຳ, ຄຸ້ມ​ຄອງ,ບໍ​ລິ​ຫານ ​ເປັນ​ເຈົ້າ​ການ, ແລະ ມີ​ຄວາມ​ໄຫວ​ພິບ​ ເພື່ອ​ຄວ​ບ​ຄຸມ​ໄພ​ເງິ​ນ​ເຟີ້​ເປັນ​ຢ່າງ​ດີ, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິໂດຍ​ພື້ນ​ຖານ, ຮັບ​ປະ​ກັນ​ຄວາມ​ດຸ່ນ​ດ່ຽງ​ໃຫຍ່ ແລະ ບັນ​ລຸ​ການ​ເຕີ​ບ​ໂຕ​ສູງ​ພໍ​ສົມ​ຄວນ. ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊີ້​ນຳ​ສຸມ​ໃສ່​ປະ​ຕິ​ຮູບ​ລະ​ບຽບ​ການບໍ​ລິ​ຫານ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ​ໃຫ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ.

ກ່ຽວກັບ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ, ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ, ລັດຖະບານ, ນາຍົກລັດຖະມົນຕີ​ໄດ້​ສະ​ເໜີ​ແນະ​ຕໍ່​ພັກ, ສະພາ​ແຫ່ງ​ຊາດລັດຖະນະ​ໂຍບາຍ​ສຳຄັນ​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ພິ​ເສດ ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ຫວຽດນາມ ​ແລະ ມະຕິ​ເລກທີ 22 ຂອງ​ກົມ​ການ​ເມືອງ. ສຸ​ມ​ໃສ່​ຊີ້​ນຳ​ຍົກ​ລະ​ດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ຫລາ​ຍ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ກ່ຽວ​ກັບ​ບາງ​ບົດຮຽນ​, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຖື​ວ່າ:

        “ຕ້ອງ​ມີ​ຫົວຄິດ​ປະ​ດິກ​ສ​້າງ​ໃນ​ຈິນຕະນາການ​ພັດທະນາ, ​ຖື​ຜົນ​ປະ​ໂຫຍດຂອງ​ປະ​ເທດ​ຊາດ, ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ເປັນ​ຈຸດໝາຍ​ສູງ​ສຸດ, ສຸມ​ໃສ່​ປັບປຸງລະບອບ​​ເສດຖະກິດ​ການ​ຕະຫລາດ​ໃຫ້​ສົມ​ບູນ​ແບບ, ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ, ສ້າງ​ກຳລັງ​ໜູນ​ຢ່າງ​ແຮງ ​ເພື່ອ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນ​ຄົງ. ຕ້ອງ​ປະຕິບັດ​ຫຼັກ​ການລວມສຸນ​ປະຊາທິປະ​ໄຕ, ​ເພີ່​ມທະວີ​ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ”.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ສະ​ເໜີ​ບົດ​ລາຍ​ງານ​ວຽກ​ງານ​ອາຍຸ​ການ 2011 – 2016 ຂອງ​ປະທານ​ປະ​ເທດ. ບົດ​ງາຍ​ງານ​ເນັ້ນ​ໜັກ​ເຖິງ ບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ນິຕິບັນຍັດ ອຳນາດ​ບໍລິຫານຕຸລາການ, ການ​ຕ່າງປະ​ເທດ ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັດ​ຄີ​ທົ່ວປວງ​ຊົນ​ທັງ​ຊາດ.

**

ຂ່າວ/ບົດ​ອື່ນ