ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ: ບັນດາລັດວິສາຫະກິດ ເປັນເຈົ້າການເຊື່ອມໂຍງ ແລະ ບືນຕົວຂຶ້ນແກ້ງແຍ້ງກັບສາກົນ
(VOVWORLD) - ຕອນເຊົ້າວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບການນຳລັດວິສາຫະກິດທີ່ມີຜົນງານຢ່າງດີເດັ່ນໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ ແລະ ກໍ່ສ້າງພັກ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN) |
ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ ຄະນະພັກກຸ່ມວິສາຫະກິດສູນກາງ ຈົ່ງຊີ້ນຳປະຕິບັດວຽກງານກໍ່ສ້າງພັກໃຫ້ເປັນຢ່າງດີ. ບັນດາກຸ່ມບໍລິສັດ, ວິສາຫະກິດຄົ້ນຄວ້າ, ໄຈ້ແຍກສະພາບການພາຍໃນປະເທດ ແລະ ສາກົນ, ຍົກອອກຄາດຄະເນທີ່ໃກ້ຊິດກັບສະພາບການຕົວຈິງ ເພື່ອຍາດແຍ່ງກາລະໂອກາດ, ຫຼຸດຜ່ອນຄວາມສ່ຽງຈາກສິ່ງທ້າທາຍ, ຍົກສູງປະສິດທິຜົນການເຄື່ອນໄຫວດຳເນີນທຸລະກິດ. ພິເສດ, ຕ້ອງນຳໜ້າໃນການຄົ້ນຄວ້າພັດທະນາ ແລະ ປ່ຽນໃໝ່ເຕັກໂນໂລຢີ, ເປັນເຈົ້າການເຊື່ອມໂຍງ ແລະ ບືນຕົວຂຶ້ນແກ້ງແຍ້ງກັບສາກົນ.