ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງຢ້ຽມຢາມສຸສານນັກຮົບ ເສຍສະຫລະຊີວິດເພື່ອຊາດຟູກວກ
(ພາບ:truongtansang.net)
(vovworld)- ຕອນບ່າຍວັນທີ 14/3, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ພ້ອມກັບຄະະນະຕິດຕໍ່ພົວພັນນັກໂທດການເມືອງຫວຽດນາມ ແລະ ການນຳແຂວງກຽນຢາງ ໄດ້ໄປຢ້ຽມຢາມເຂດສຸສານນັກຮົບເສຍສະຫລະ ຊີວິດເພື່ອຊາດ ຟູກວກ ເນື່ອງໃນໂອກາດທ່ານປະທານປະເທດ ເຂົ້າຮ່ວມພິທີສະເຫຼີມະຫຼອງ 40 ປີ ແຫ່ງວັນໄຊຊະນະ ແລະ ອາໄລຫາບັນດານັກຮົບເສຍສະຫລະຊີວິດຢູ່ຄຸກຟູກວກ (15/3/1973-15/3/2013) ຊື່ງຖືກຈັດຂຶ້ນຢູ່ເມືອງເກາະຟູກວກ ແຂວງກຽນຢາງ ໃນວັນທີ 15/3. ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ຈູດທູບຢູ່ອະນຸສາວະລີ ແລະ ບັນດາສຸສານລວມໝູ່, ສຸສານວິລະຊົນ, ນັກຮົບເສຍສະລະຊີວິດເພື່ອຊາດ. ເຂດສຸສານນັກຮົບເສຍສະຫລະຊີວິດເພື່ອຊາດຟູກວກ ແມ່ນເຂດຝັງສົບວິລະຊົນ, ນັກຮົບເສຍສະຫລະຊີວິດເພື່ອຊາດກ່ວາ 3700 ຄົນຈາກບັນດາແຂວງ, ນະຄອນໃນທົ່ວປະເທດ ຊື່ງໄດ້ເສຍສະຫລະຊີວິດຢ່າງອົງອາດກ້າຫານຢູ່ຟູກວກ ໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາ .