ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງຕ້ອນຮັບຄະນະການນຳຝ່າຍສ່ວນຫນ້ອຍຢູ່ສະພາຕ່ຳອາເມລິກາ
ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ
ທ່ານນາງ Nancy Pelosi
|
(vovworld)- ຕອນບ່າຍວັນທີ 31/3, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕ້ອນຮັບຄະນະສະມາຊິກສະພາຕ່ຳ ອາເມລິກາ ໂດຍທ່ານນາງ Nancy Pelosi, ການນຳຝ່າຍສ່ວນຫນ້ອຍຢູ່ສະພາຕ່ຳອາເມລິກາ ນຳຫນ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ສະເຫນີທ່ານນາງ Nancy Pelosi ແລະ ບັນດາສະມາຊິກສະພາຕ່ຳ ດ້ວຍບົດບາດ ແລະ ຜົນສະທ້ອນຂອງຕົນຢູ່ສະພາແຫ່ງຊາດ ອາເມລິກາ ສືບຕໍ່ສະຫນັບສະຫນູນເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ, ໃນນັ້ນ ຈຸດສຸມແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຍູ້ແຮງການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນສອງຝ່າຍ, ສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP) ໂດຍໄວ ແລະ ຍົກເລີກບັນດາຮົ້ວກີດຂວາງດ້ານການຄ້າ, ຍູ້ແຮງການຮ່ວມມືມະນຸດສະທຳ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ. ທ່ານນາງ Nancy Pelosi ຢືນຢັນ: ບັນດາສະມາຊິກສະພາຕ່ຳ ສະຫນັບສະຫນູນເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ແລະ ຖືວ່າ: ການພົວພັນລະຫວ່າງສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນພັດທະນາຫລາຍຢ່າງ ແລະ ນີ້ແມ່ນຈຸດເວລາເໝາະສົມເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກວ່າອີກ.
ກ່ອນຫນ້ານັ້ນ, ທີ່ການຕ້ອນຮັບຄະນະສະມາຊິກສະພາຕ່ຳ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບີງມີງ ຢືນຢັນ: ຫວຽດນາມ ຖືການພົວພັນກັບ ອາເມລິກາ ເປັນສຳຄັນ ແລະ ຖືອາເມລິກາ ແມ່ນຄູ່ຮ່ວມມືສຳຄັນຕົ້ນຕໍ.