ທ່ານປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງ ໂຮງຮຽນນາຍທະຫານບົກ

ທ່ານປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງ ໂຮງຮຽນນາຍທະຫານບົກ - ảnh 1

(ພາບ: TTX)

(vovworld) - ກ່າວ​ຄວາມ​ເຫັນ​ທີ່ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ໂຮງຮຽນ​ນາຍ​ທະຫານ​ບົກ​ເລັກ 1 ​ໃນ​ຕອນ​ບ່າຍ​ວັນ​ທີ 15/4. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ຍ້ອງຍໍ ​ແລະ ອວຍພອນ​ບັນດາ​ຜົນງານ, ​ແລະ ການ​ເຕີບ​ໃຫຍ່​ຂອງ​ໂຮງຮຽນ​ໃນ​ຕະຫຼອດ 70 ປີຜ່ານມາ. ທ່ານ​ເນັ້ນ​ໜັກ​ວ່າ, ປະຈຸ​ບັນ, ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ, ​ແຕ່​ກໍ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງຢູ່. ທ່ານ​ປະທານ​ປະ​ເທດ ກໍ່​ຮຽກຮ້ອງ​​ໃຫ້ທາງ​ໂຮງຮຽນ​ຄວນ​ສືບ​ຕໍ່​ປ່ຽນ​ໃໝ່, ປັບປຸງ​ຂັ້ນ​ຕອນ, ຫຼັກສູດ, ​ເນື້ອ​ໃນ, ວິທີ​ການ​ສິດສອນ, ຮຳ່​ຮຽນ, ​ເຝິກ​ແອບ, ການ​ເສັງ, ການ​ຕີ​ລາຄາ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ບຳລຸງ​ສ້າງ​ຢ່າງຮອບດ້ານ. ຖັນ​ແຖວ​ນາຍ​ທະຫານ​ທີ່​ໄດ້​ຜ່ານ​ການ​ບຳລຸງ​ສ້າງ​ຕ້ອງ​ມີ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ມີ​ຄວາມ​ສາມາດ ​ແລະ ສຸຂະພາບ, ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່ປະ​ເທດ​ຊາດ, ​ແລະ ປະຊາຊົນ; ມີ​ລະດັບ​ເຕັກນິກ, ຍຸດທະວິທີ, ລະດັບ​ຄຸ້ມ​ຄອງ ​ແລະ ບັນຊາ​ເພື່ອຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສົງຄາມ​ທັນ​ສະ​ໄໝ; ນອກ​ນັ້ນ​ທາງ​ໂຮງຮຽນ​ກໍ່​ຄວນ​ຍູ້​​ແຮງ​ວຽກ​ງານ​ຄົ້ນ​ຄ້ວາ​ວິທະຍາສາດ, ມີ​ກົນ​ໄກ​ປຸກລະດົມ, ສົ່ງ​ເສີມ​ພະນັກງານ, ຄູ​ສອນ, ນັກຮຽນ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄ້ວາ, ສະຫຼຸບ​ພຶດຕິ​ກຳ​ຕົວ​ຈິງ, ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ. ​ແກ້​ໄຂ​ບັນດາ​ບັນຫາ​ຮີບ​ດ່ວນ​ຂອງ​ພຶດຕິ​ກຳ​ຕົວ​ຈິງ, ປະກອບສ່ວນ​ພັດທະນາ​ວິທະຍາສາດ, ສິລະ​ປະການ​ທະຫານ​ຫວຽດນາມ ​ໃນ​ໄລຍະ​ໃໝ່.

        ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ກໍ່​ໄດ້​ມອບ​ຫຼຽນ​ໄຊ​ໂຮ່ຈີ​ມິນ​ຄັ້ງ​ທີ 3 ​ໃຫ້​ໂຮງຮຽນ ນາຍ​ທະຫານ​ບົກ​ເລັກ 1.

ຂ່າວ/ບົດ​ອື່ນ