ພວກຫລານຕ້ອນຮັບບຸນວັນເພັງເດືອນ 8
|
(vovworld)- ເນື່ອງໃນໂອກາດບຸນວັນເພັງເດືອນ 8/2016, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ສົ່ງຈົດໝາຍອວຍພອນເຖິງພວກຫລານອະນຸຊົນ,ເຍົາວະຊົນໃນທົ່ວປະເທດ ແລະ ຢູ່ຕ່າງປະເທດ ກໍຄືເດັກນ້ອຍຕ່າງປະເທດ ດຳລົງຊີວິດຢູ່ຫວຽດນາມ. ໃນຈົດໝາຍ, ທ່ານປະທານປະເທດເຈີນດ້າຍກວາງ ຢືນຢັນ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເບິ່ງແຍງ, ສະຫງວນຄວາມເອົາໃຈໃສ່ເປັນພິເສດເຖິງພາລະກິດປົກປ້ອງ, ເບິ່ງແຍງ ແລະ ສຶກສາອົບຮົມເດັກນ້ອຍ. ທ່ານປະທານປະເທດ ເຈີນດ້າຍກວາງ ຫວັງວ່າ ພວກຫລານອະນຸຊົນ ເຍົາວະຊົນ ສືບຕໍ່ຮ່ຳຮຽນ, ຝືກຝົນຫລໍ່ຫລອມ, ອອກແຮງສູ້ຊົນບັນລຸຜົນງານຫລາຍຢ່າງກວ່າອີກໃນສົກຮຽນໃຫມ່, ຕັ້ງຫນ້າເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ຊ່ວຍເຫລືອໝູ່ເພື່ອນ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ກາຍເປັນລູກຄຳຮູ້, ນັກຮຽນເກັ່ງ, ສືບທອດລຸ້ນພໍ່ລຸ້ນອ້າຍສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.