ທ່ານປະທານປະເທດເຈືອງເຕີນຊາງ ຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງຮ່າຕິ້ງ, ເງ້ອານ

ທ່ານປະທານປະເທດເຈືອງເຕີນຊາງ ຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງຮ່າຕິ້ງ, ເງ້ອານ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ບູຊາຢູ່​ເຂດ​ອະນຸສາ​ວາລີ​ອະດີ​ດ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຮ່າ​ຮຸ​ວ​ເຕີບ
(ພາບ: hatinh24h.org.vn)

ຕອນ​ເຊົ້າ​ວັນ​ທີ 18/1, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​​ໄປ​ຢ້ຽ​ມຢາມ ​ແລະ ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ ​ແລະ ປະຊາຊົນ​ແຂວງ ຮ່າ​ຕິ້ງ. ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ສະ​ເໜີ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ​​ໃນ​ແຂວງ​ຈົ່ງເອົາ​ໃຈ​ໃສ່​ເຖິງ​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ຄົນ​ທຸກ​ຍາກຫຼາຍ​ກ່ວາ​ອີກ, ​ເພື່ອ​ຊ່ວ​ໃຫ້​ທຸກ​ຄອບຄົວ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ເບີກບານ​ມ່ວນ​ຊື່ນ. ທ່ານ​ປະທານ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ມູນ​ເຊື້ອ​ມັກ​ການ​ຮ່ຳຮຽນ ​ ​ແລະ ​ເປັນ​ແຫ່ງ​ໃຫ້​ກຳ​ເນີ​ດນັກ​ວັດທະນະທຳ​ທີ່​ມີ​ຊື່​ສຽງ ແລະ ຜູ້​ນຳ​ປະ​ຕິ​ວັດ​ດີ​ເດັ່ນ​ຫຼາຍ​ທ່ານຂອງ​ປະ​ເທດ​ຊາດ, ຮ່າ​ຕິ້ງ​ຈະ​ເສີມ​ຂະຫຍາຍ​ກຳລັງ​ພາບ​ໃນ, ມານະ​ພະຍາຍາມ​ບືນ​ຕົວ​ຂຶ້ນ​ປະຕິບັດ​ບັນດາ​ຈຸດໝາຍ​ເສດຖະກິດ - ສັງ​ຄົ​ມ ຢ່າງສຳ​ເລັດ​ຜົນ.

ກ່ອນ​ໜ​້ານັ້ນ, ​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ບູຊາຢູ່​ເຂດ​ອະນຸສາ​ວາລີ​ອະດີ​ດ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຮ່າ​ຮຸ​ວ​ເຕີບ ຢູ່​ຕາ​ແສງ ​ເກີ​ມຮື​ງ, ​ເມືອງ ​ເກີ​ມຊວຽນ.

​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ກໍ່​ໄດ້​​ໄປ​ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ ​ເງ້ອານ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ແຂວງ​ຄວນ​​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ວາງ​ແຜນ​ກຳນົດພັດທະນາ​ເສດຖະກິດ - ສັງຄົມ​ເປັນ​ຮາກ​ຖານ​ໃຫ້​ແກ່​ບັນດາ​ການວາງ​ແຜນ​ກຳນົດ​ຂະ​ແໜງ​ການ ​ແລະ ຜະລິດຕະ​ພັນ​ຂອງ​ແຂວງ ​ເພື່ອ​ສົມ​ເປັນ​ແຂວງ​ຈຸດ​ສຸມ​ຂອງ​ເຂດ​ທາງທິດ​ເໜືອ​ພາກ​ກາງ.

ຂ່າວ/ບົດ​ອື່ນ