ທ່ານປະທານປະເທດເຈືອງເຕີນຊາງ ເຮັດວຽກກັບສູນກາງສະພາກາແດງຫວຽດນາມ
ທ່ານປະທານປະເທດເຈືອງເຕີນຊາງ
ເຮັດວຽກກັບສູນກາງສະພາກາແດງຫວຽດນາມ
(ພາບ: TTXVN)
(vovworld) – ທີ່ການເຮັດວຽກ, ໃນວັນທີ 23 ມີນາ, ສະພາກາແດງຫວຽດນາມ ໄດ້ລາຍງານຕໍ່ ທ່ານ ປະທານປະເທດ ເຈືອງເຕີ໋ນຊາງ ກ່ຽວກັບຜົນຂອງວຽກງານກອງປະຊຸມ ປີ 2015 ແລະ ທິດທາງການປະຕິບັດໜ້າທີ່ຈຸດສຸມ ປີ 2016. ຕາມການລາຍງານ, ໃນປີທີ່ຜ່ານມາ, ບັນດາຂະບວນການ, ຮູບແບບຈັດບຸນ Tết ສຳລັບຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ, ທະນາຄານງົວ, ບັ້ນເຄື່ອນໄຫວ ກວດກາ ແລະປີ່ນ ປົວພະຍາດມະນຸດສະທຳ ແລະ ເບິ່ງແຍງສຸຂະພາບໃຫ້ປະຊາຊົນ, ບໍລິຈາກເລືອດມະນຸດສະທຳ... ໂດຍສະພາກາແດງປຸກລະດົມ ໄດ້ບັນລຸໝາກຜົນທີ່ແທດຈິງ, ຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸງຍາກ 17 ລ້ານເທື່ອຄົນ ໃນທົ່ວປະເທດ. ທ່ານ ປະທານປະເທດ ເຈືອງເຕີ໋ນຊາງ ຕີລາຄາສູງບາງຂໍ້ລິເລີ່ມ ຂອງສູນກາງສະພາກາແດງ ທີ່ໄດ້ຮັບການຜັນຂະຫຍາຍສຳເລັດໃນຕົວຈິງ, ພິເສດແມ່ນລາຍການ "ທະນາຄານງົວ" ຮ່ວມແຮງຮ່ວມໃຈກັບ ພໍ່ແມ່ປະຊາຊົນ ບັນດາເມືອງທີ່ທຸກຍາກ, ຕາແສງເຂດຊາຍແດນ ສ້າງຊົນນະບົດໃໝ່”. ທ່ານ ປະທານປະເທດ ຕັກເຕືອນວ່າ: ບັນດາການເຄື່ອນໄຫວ ຂອງສະພາກາແດງທັງໝົດ ລ້ວນແຕ່ເພື່ອແນໃສ່ຊ່ວຍເຫຼືອບັນດາເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນ ພໍ່ແມ່ປະຊາຊົນເຂດຊາຍແດນ, ທີ່ປະສົບກັບໄພທຳມະຊາດ, ດັ່ງນັ້ນສະພາກາແດງທຸກຂັ້ນ ຈຳເປັນຕ້ອງມີຂໍ້ລິເລີ່ມຕື່ມອີກ, ສ້າງວຽກເຮັດງານທຳ, ປະກອບສ່ວນປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ບັນດາເຂດທີ່ປະສົບກັບຄວາມຫຍຸ້ງຍາກ.