ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຢ້ຽມອຳລາ

ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຢ້ຽມອຳລາ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
ພາບ:internet

(vovworld)- ​ ​​ຕອນ​ບ່າຍ​ວັນ​ທີ 14/1, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ຄື: ມາ​ເລ​ເຊຍ, ຟິ​ລີບ​ປີນ ແລະ ອິນ​ໂດ​ເນ​ເຊຍ ເຂົ້າ​ຢ້ຽມ​ອຳ​ລາ​ເມື່ອ​ສິ້ນ​ສຸດ​ອາ​ຍຸ​ການ​ວຽກ​ງານ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ເລ​ເຊຍ Azmil Bin Mohd Zabidi, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ເນັ້ນ​ຫນັກ​ວ່າ: ໃນ​ອາ​ຍຸ​ການ​ວຽກ​ງານ​ຢູ່​ຫວຽດ​ນາມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຮັດ​ແຫນ້ນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຫວຽດ​ນາມ ແລະ ມາ​ເລ​ເຊຍ.

ທີ່​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟີ​ລີບ​ປີນ Jerril Santos, ທ່ານ​ປະ​ທານ​ປະ​ເທດ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຂອງ​ຟີ​ລີບ​ປີນ ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ກໍ​ຄື​ສົມ​ທົບ​ຫລັກ​ໝັ້ນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ.

ທີ່​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ Mayerfas, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ແບ່ງ​ເບົາ​ຄວາມ​ເສຍ​ຫາຍ​ສຳ​ລັບປະ​ເທດ ແລະ ​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ ຈາກ​ເຫດ​ບຸກ​ໂຈມ​ຕີ​ຢູ່ ຈາ​ກາ​ຕາ ໃນ​ວັນ​ທີ 14/1. ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ຫນັກ​ວ່າ ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ ແລະ ປາດ​ຖະ​ຫນາ​ວ່າ ປະ​ເທດ​ອິນ​ໂດ​ເນ​ເຊຍ ຈະ​ຜ່ານ​ຜ່າ​ໄລ​ຍະ​ຫຍຸ້ງ​ຍາກນີ້. ທ່ານ​ປະ​ທານ​ປະ​ເທດ ກໍ​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ