ທ່ານເລຂາທິການໃຫຍ່ ສປຊ Ban Ki moon
ແລະ ທ່ານປະທານປະເທດເຈືອງເຕີນຊາງ
|
(vovworld)-ໂດຍຮັບຄຳເຊີນຂອງທ່ານປະທານປະເທດເຈືອງເຕີນຊາງ, ຕອນເຊົ້າວັນທີ 22/5, ທ່ານເລຂາທິການໃຫຍ່ ສປຊ Ban Ki moon ແລະ ພັນລະຍາ ໄດ້ເດີນທາງຮອດຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 22-23/5/2015. ຕອນບ່າຍວັນດຽວກັນ, ພາຍຫລັງພິທີຕ້ອນຮັບຢ່າງສົມກຽດ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ພົບປະແລກປ່ຽນຄຳເຫັນກັບທ່ານເລຂາທິການໃຫຍ່ ສປຊ Ban ki moon. ສອງຝ່າຍແຈ້ງໃຫ້ກັນຊາບກ່ຽວກັບສະພາບການຢູ່ຫວຽດນາມ ແລະ ບັນດາການເຄື່ອນໄຫວບຸລິມະສິດຂອງ ສປຊ ໃນໄລຍະຜ່ານມາ, ສຸມໃສ່ປຶກສາຫາລືບັນດາມາດຕະການ ເພື່ອຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ ແລະ ສປຊ ໃນໄລຍະຈະມາເຖິງ. ທ່ານປະທານປະເທດເຈືອງເຕີນຊາງ ຕີລາຄາສູງການສະຫນັບສະຫນູນ, ຫນູນຊ່ວຍຫລາຍດ້ານ ແລະ ມີປະສິດທິຜົນຂອງ ສປຊ ທີ່ມີຕໍ່ຫວຽດນາມ ໃນພາລະກິດພັດທະນາເສດຖະກິດສັງຄົມ ແລະ ໃນການປະຕິບັດບັນດາເປົ້າໝາຍສະຫັດສະວັດ. ທ່ານ ເລຂາທິການໃຫຍ່ ສປຊ ຖືວ່າ: ຫວຽດນາມ ແມ່ນປະເທດນຳຫນ້າກ່ຽວກັບການປະຕິບັດບັນດາເປົ້າໝາຍສະຫັດສະວັດ. ການນຳສອງທ່ານເຫັນດີກ່ຽວກັບຄວາມສຳຄັນຄວນຊຸກຍູ້ການຮັບຮອງເອົາໂຄງການດຳເນີນງານພັດທະນາຫລັງປີ 2015, ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ສູ້ຊົນບັນລຸຂໍ້ຕົກລົງສາກົນໃຫມ່ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນປີ 2015. ທ່ານປະທານປະເທດເຈືອງເຕີນຊາງ ຢືນຢັນວ່າ:
“ພວກຂ້າພະເຈົ້າຕີລາຄາສູງບົດບາດ, ການປະກອບສ່ວນຂອງ ສປຊ ໃນ 70 ປີຜ່ານມາ ແລະ ພ້ອມກັນແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີບົດບາດຂອງ ສປຊ ໃນການແກ້ໄຂສິ່ງທ້າທາຍສຳລັບສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພາກພື້ນ. ພວກຂ້າພະເຈົ້າແບ່ງປັນທັດສະນະເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງພາກພື້ນ ແລະ ສາກົນ.”
ທ່ານເລຂາທິການໃຫຍ່ ສປຊ Ban Ki moon ເນັ້ນຫນັກວ່າ: ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ພາກພື້ນ ແລະສາກົນ, ໃນນັ້ນ ມີທະເລຕາເວັນອອກ, ບັນດາຝ່າຍຄວນປະຕິບັດຕາມກົດໝາຍສາກົນ.
“ກ່ຽວກັບບັນຫາທະເລຕາເວັນອອກ, ຂ້າພະເຈົ້າຍາມໃດກໍຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຄວນແກ້ໄຂຄວາມຂັດແຍ້ງຜ່ານການເຈລະຈາ ແລະ ເໝາະສົມກັບກົດໝາຍສາກົນ. ຂ້າພະເຈົ້າປາດຖະຫນາວ່າ ການທາບທາມຄຳເຫັນພວມດຳເນີນໄປລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ ຈີນ ກ່ຽວກັບຄຳສະເຫນີປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ຈະເຮັດໃຫ້ບັນດາຝ່າຍເຂົ້າໃຈເຊິ່ງກັນ ແລະກັນ ຢ່າງເລິກເຊິ່ງກວ່າ.”