ທ່ານປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນໂຮ່ຈິມີນ

ທ່ານປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນໂຮ່ຈິມີນ - ảnh 1
ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​, ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ ນະຄອນ​ໂຮ່ຈິ​ມີນ
ພາບ:internet

(vovworld)- ສືບ​ຕໍ່​ລາຍການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ດຳ​ເນີນ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາບ​ແຫ​່ງຊາດ​ຊຸດ​ທີ 13, ວັນ​ທີ 11/10, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​, ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1 ​ແລະ ​ເມືອງ 3 ນະຄອນ​ໂຮ່ຈິ​ມີນ. ກ່າວ​ຄຳ​ເຫັນ​ເມື່ອ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຮັບ​ຮູ້​ບັນດາ​ຄຳ​ເຫັນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ແລະ ມີ​ຄວາມ​ຮັບຜິດຊອບ​ສູງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ແລະ ການ​ປ້ອງກັນ ​ແລະ ຕ້າ​ນການ​ສໍ້​ລາດ​ບັງ​ຫລວງ, ທ່ານ​ປະທານ​ປະ​ເທດ​ຊົມ​ເຊີຍ​ນະຄອນ​ໂຮ່ຈິ​ມີນ ​ໄດ້​ແກ້​ໄຂ​ຢ່າງ​ວ່ອງ​ໄວ, ​ເຂັ້ມ​ງວດ​ບັນດາ​ກໍລະນີ​ຜ່ານ​ມາ. ນີ້​ກໍ​ແມ່ນ​ບົດຮຽນ​ເພື່ອ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ ​ແລະນັບ​ທັງ​ສູນ​ກາງ.

ກ່ຽວ​ກັບ​ວຽກງານ​ຕ້ອນຮັບ ປຊຊ ​ແລະ ວຽກ​ງານ​ແກ້​ໄຂ​ການ​ຮ້ອງທຸ​ກ, ຮ້ອງ​ຟ້ອງ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ຖື​ວ່າ: ການ​ແກ້​ໄຂ​ຕ້ອງອີງຕາ​ມຂໍ້​ກຳນົດ​ຂອງ​ກົດໝາຍ. ​ເມື່ອ​ເຕື້ອງ​ເຖິງ​​ເລື່ອງ​ສະພາ​ແຫ່ງ​ຊາດ​ຕ້ອງ​ຕິດຕາມ​ກວດກາ​ການ​ສຶກສາ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຢືນ​ຢັນວ່າ: ນີ້​ແມ່ນ​ບັນຫາ​ໃຫ່ຍທີ່​ສຸດ. ມະຕິ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການ​ສຶກສາ​ໂດຍ​ພື້ນຖານ ​ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ໃຫ່ຍຄັ້ງທີ 8 ຂອງ​ພັກ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ.

  ກ່ຽວ​ກັບ​ການ​ຟື້ນຕົວ​ພັດທະນາ​ເສດຖະກິດ​ຢ່າງ​ຊັກ​ຊ້ານັ້ນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຖື​ວ່າ, ​ໃນ​ກ່ວາ 2 ປີຜ່ານມາ, ​ສະພາບເສດຖະກິດປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຈາກ​ຈຸດໝາຍ​ເຕີບ​ໂຕ​ໄວ ​ໄດ້​ຫັນປ່ຽນ​ເປັນ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ດ້ວຍ​ບັນດາ​ໝາກຜົນ​ຄື: ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແຕ່​ຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ທີ່​ຕ້ອງ​ແກ້​ໄຂ​ໃນ​ຊຸມ​ປີ​ຍັງ​ເຫຼືອ​ ຂອງ​ແຜນການ 5 ປີ​ຄື: ວິ​ສາ​ຫະກິດລົ້ມລະລາຍ, ການ​ຜະລິດ​ຖືກ​ຢຸດ​ສະ​ງັກ, ສິນຄ້າ​ຄ້າງ​ສາງ....

 

ຂ່າວ/ບົດ​ອື່ນ