ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ
ຫງວຽນທ້ຽນເຍີນມອບຂອງຂວັນໃຫ້ປະຊາຊົນຊາວເຜົ່າຂະແມ
ພາບ:TTXVN
|
(vovworld)- ຕອນຄ່ຳວັນທີ 7/10, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ພົບປະກັບພະນັກງານ, ປະຊາຊົນ ຕາແສງ ເຟືອກທາຍ ແລະ ເຟືອກຫືວ ເມືອງນີງເຟືອກ ແຂວງ ນີງທ້ວນ. ພາຍຫລັງຮັບຟັງຄວາມມຸ້ງມາດປາດຖະຫນາຂອງປະຊາຊົນເຜົ່າສ່ວນຫນ້ອຍ ພິເສດແມ່ນຊາວເຜົ່າຈຳ, ທ່ານຫງວຽນທ້ຽນເຍີນ ໄດ້ຕີລາຄາສູງຂະບວນການສົ່ງເສີມການຮຽນ, ສົ່ງເສີມຜູ້ເກັ່ງກ້າສາມາດໃນເຂດເຜົ່າຈຳນັບມື້ນັບພັດທະນາ. 100% ລູກຫລານຊາວເຜົ່າຈຳຢູ່ໂຮງຮຽນປະຖົມລ້ວນແຕ່ໄດ້ຮຽນພາສາຈຳ. ທ່ານຫງວຽນທ້ຽນເຍີນ ສະເຫນີ: ແຂວງ ນີງທ້ວນສືບຕໍ່ເອົາໃຈໃສ່ເຖິງນະໂຍບາຍອະນຸລັກຮັກສາ, ພັດທະນາດ້ານພາສາ, ຕົວຫນັງສື ແລະ ບັນດາມໍລະດົກວັດທະນະທຳບໍ່ມີຮູບຮ່າງ, ແລະມີຮູບຮ່າງຂອງບັນດາເຜົ່າ, ໃນນັ້ນ ມີເຜົ່າຈຳ.