ທ່ານ​ປະ​ທານ​ສະ​ພາ​ຕ່ຳ​ອິນ​ເດຍ Om Birla ຢ້ຽມ​ຢາມ ນະ​ຄອນ​ໂຮ່​ຈີ​ມິນ

(VOVWORLD) - ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ວັນທີ 20 ເມສາ, ທ່ານປະທານສະພາຕ່ຳອິນເດຍ Om Birla ແລະ ຄະນະປະຕິບັດງານຂອງສະພາຕ່ຳອິນເດຍ ໄດ້ໄປຢ້ຽມຢາມອ່າວຮະລອງ, ແຂວງກ໋ວາງນິງ.

ທ່ານ​ປະ​ທານ​ສະ​ພາ​ຕ່ຳ​ອິນ​ເດຍ Om Birla ຢ້ຽມ​ຢາມ ນະ​ຄອນ​ໂຮ່​ຈີ​ມິນ - ảnh 1, ທ່ານປະທານສະພາຕ່ຳອິນເດຍ Om Birla ພົບປະກັບທ່ານ ຫງວຽນວັນເນນ ເລຂາຄະນະພັກນະຄອນໂຮ່ຈີມິນ (ພາບ: VOV)

ວັນທີ 21 ເມສາ, ທ່ານປະທານສະພາຕ່ຳອິນເດຍ Om Birla ໄດ້ພົບປະກັບທ່ານ ຫງວຽນວັນເນນ ເລຂາຄະນະພັກນະຄອນໂຮ່ຈີມິນ. ທີ່ການພົບປະ, ທ່ານ ຫງວຽນວັນເນັນ ໄດ້ຢັ້ງຢືນວ່າການພົວພັນລະຫວ່າງ ນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງ ອິນເດຍ ນັບມື້ນັບສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກ ຄືທັງສອງປະເທດໄດ້ໃຫ້ຄຳໝັ້ນສັນຍາ.

ສ່ວນທ່ານປະທານສະພາຕ່ຳ ສ.ອິນເດຍ Om Birla ເນັ້ນໜັກວ່າ ອິນເດຍກໍ່ຄື ຫວຽດນາມ ມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງດ້ານການທ່ອງທ່ຽວຫຼາຍຢ່າງ, ມີທັດສະນີຍະພາບທີ່ສວຍງາມ…ດັ່ງນັ້ນຕ້ອງສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສອງປະເທດຊອກຮູ້, ດຶງດູດການລົງທຶນ ແລະ ຍູ້ແຮງການຮ່ວມມືໃນຂົງເຂດນີ້, ເປັນຕົ້ນແມ່ນການທ່ອງທ່ຽວຢ້ຽມຊົມ, ພັກຜ່ອນບຳລຸງສຸຂະພາບ, ປິ່ນປົວພະຍາດ…

ແລະ ກໍ່ໃນວັນທີ 20 ເມສາ, ທ່ານປະທານສະພາຕ່ຳອິນເດຍ Om Birla, ທ່ານ ຫງວຽນຊວັນກີ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ກ໋ວາງນິງ ຫວັງວ່າ ຜ່ານການຢ້ຽມຢາມຄັ້ງນີ້, ດ້ວຍບົດບາດຂອງຕົນ, ທ່ານປະທານສະພາຕ່ຳອິນເດຍ Om Birla ຈະແມ່ນຂົວເຊື່ອມຕໍ່ຢ່າງຕັ້ງໜ້າໃນການຊຸກຍູ້ ກຸ່ມບໍລິສັດ, ນັກລົງທຶນອິນເດຍ ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ ກ໋ວາງນິງ ຫຼາຍຕື່ມອີກ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນ ສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ (7 ມັງກອນ 1972 – 7 ມັງກອນ 2022), ທາງແຂວງກ໋ວາງນິງ ຈະ ຕັ້ງໜ້າຜັນຂະຫຍາຍຫຼາຍການເຄື່ອນໄຫວເພື່ອແນໃສ່ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຢ່າງຮອບດ້ານ ລະຫວ່າງສອງປະເທດ.

ທ່ານປະທານສະພາຕ່ຳອິນເດຍ Om Birla ໄດ້ຕີລາຄາສູງບັນດາເນື້ອໃນ ໂດຍທາງແຂວງກ໋ວາງນິງ ແລະ ສະຖານທູດ ອິນເດຍ ປະຈຳ ຫວຽດນາມ ຮ່ວມມືກັນໃນໄລຍະຜ່ານມາ ເພື່ອປະກອບສ່ວນຍູ້ແຮງການພົວພັນມິດຕະພາບທາງການທູດ ລະຫວ່າງສອງປະເທດ. ທ່ານປະທານສະພາຕ່ຳອິນເດຍ Om Birla ກໍ່ເຈາະຈີ້ມໃຫ້ ແຂວງກ໋ວາງນິງ ຄົ້ນຄ້ວາການແຮກສ່ຽວກັບບາງລັດທີ່ມີເງື່ອນໄຂ, ຈຸດພິເສດທີ່ຄ້າຍຄືກັນຂອງອິນເດຍ, ຜ່ານນັ້ນຊຸກຍູ້ການເຄື່ອນໄຫວທາງການທູດ ປະຊາຊົນໃຫ້ຕິດພັນກັບການພັດທະນາການທ່ອງທ່ຽວ.

 

ຕອບກັບ

ຂ່າວ/ບົດ​ອື່ນ