ທ່ານປະທານສະພາສູງລັດເຊຍ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ທ່ານປະທານສະພາສູງລັດເຊຍ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
​ທ່ານ​ນາງ Valentina Ivanova Matviyenko, ປະທານ​ສະພາ​ສູງລັດເຊຍ
ພາບ:internet

(vovworld) - ຕອນ​ບ່າຍ​ວັນ​ທີ 13/11, ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ສູງ ລັດ​ເຊຍ ​ໂດຍ​ທ່ານ​ນາງ Valentina Ivanova Matviyenko, ປະທານ​ສະພາ​ສູງ ນຳ​ຫນ້າ​ໄດ້​ເດີ​ນທາງ​ຮອດ​ນະຄອນຫລວງ ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 13 -14/11/2012 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung. ຮ່ວມ​ເດີນທາງ​ກັບ​ທ່ານ​ນາງ Valentina Ivanova Matviyenko ມີ​ບັນດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຂອງ​ສະພາ​ສູງ​ລັດ​ເຊຍ ພ້ອມ​ກັບ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ ມິດຕະພາບ ລັດ​ເຊຍ - ຫວຽດນາມ ​ໂດຍ​ທ່ານ Viktor Kosourov ຮອງ​ຫົວຫນ້ທີ​ຫນຶ່ງ ຄະນະ​ກຳມະການ​ວິທະຍາສາດ, ບຳລຸງ​ສ້າງ, ວັດທະນະທຳ ​ແລະ ນ​ະ​ໂຍບາຍ​ຖະ​ແຫລ​ງຂ່າວ, ປະທານ​ກຸ່ມ​ດັ່ງກ່າວ​ນຳ​ຫນ້າ.

 

ຂ່າວ/ບົດ​ອື່ນ