ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຮັດວຽກກັບຄັງເງິນແຫ່ງລັດ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຮັດວຽກກັບຄັງເງິນແຫ່ງລັດ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ)

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 23 ສິງຫາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊູ​ງຮຸ່ງ ​ໄດ້​​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກກັບ​ຄັງ​ເງິນ​ແຫ່ງ​ລັດ​ຫວຽດນາມ ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີມສະຫຼອງ 68 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ເງິ​ນ. ​ໃນ​ຕະຫຼອດ 23 ປີ​ແຫ່ງ​ການ​ເຄື່ອນ​ໄຫວ ​ແລະ ພັດທະນາ, ຄັງ​ເງິນ​ແຫ່ງ​ລັດ​ຫວຽດນາມ ​ຢືນຢັນ​ໄດ້​ທີ່​ຕັ້ງ, ບົດບາດ​ສຳຄັນ​ໃນ​ລະ​ບົບການ​ເງິນ, ປະກອບສ່ວນຢ່າງ​ຕັ້ງ​ໜ້າເຂົ້າ​ໃນ​ພາລະກິດ​ປ່ຽນ​ໃໝ່ ​ແລະ ​ເຮັດ​ໃຫ້​ພື້ນຖານ​ການ​ເງິນ​ແຫ່ງ​ຊາດ​​ໂປ່​ງ​ໃສຜ່ານ​ການ​​ເຕົ້າ​ໂຮມ​ແຫຼ່ງລາຍ​ຮັບ​ໃຫ້​ແກ່​ງົບປະມານ​ແຫ່ງ​ລັດຢ່າງ​ໄວ ​ແລະ ຄົບ​ຖ້ວນ, ປະຕິບັດ​ບັນດາ​ນະ​ໂຍບາຍ​ສັງຄົມ ​ແລະ ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ຄັງ​ເງິນ​ແຫ່ງ​ລັດ ​ໄດ້​ຈັດ​ຕັ້ງ​ການ​ລະດົມ​​ທຶນດ້ວຍ​ຈຳນວນ​ຫຼາຍ​ໃຫ້ງົບປະມານ​ແຫ່ງ​ລັດ ​ແລະ ການລົງທຶນ​ພັດທະນາ; ສະ​ໜອງ​ຂໍ້​ມູນ ສະພາບ​ລາຍ​ຮັບ, ​ລາຍ​ຈ່າ​ຍ​ງົບປະມານແຫ່ງ​ລັດ​ຢ່າງ​ທັນ​ການ, ຊັດ​​ເຈນ​ ​ຮັບ​ໃຊ້​ໃຫ້ການ​ຊີ້​ນຳ, ບໍລິຫານ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ, ບັນດາ​ອົງການ​ສູນ​ກາງ​ ​ແລະ ທ້ອງ​ຖິ່ນ.

        ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ ຂະ​ແໜງ​ການ​ເງິນ​ສືບ​ຕໍ່​ພັດທະນາ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ, ​​ເພື່ອ​ກາຍ​ເປັນ​ເສົາ​ຄ້ຳ​ຂອງ​ພື້ນຖານ​ເສດຖະກິດ, ທັງ​ຮັບປະກັນງົບປະມານ​ແຫ່ງ​ລັດ, ທັງ​ເພີ່ມ​ທະວີ​ການ​ລະດົມ​ບັນດາ​ແຫຼ່ງທຶນ​ເພື່ອ​ພັດທະນາ​ປະ​ເທດ​ຊາດ ​ໃນ​ສະພາບ​ການ​ໃໝ່ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສະກົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ໃຫ້​ຂະ​ແໜງ​ການ​ເງິນ​ເວົ້າ​ລວມ ​ແລະ ຄັງ​ເງິນ​ແຫ່ງ​ລັດ​ເວົ້າ​ສະ​ເພາະ ສືບ​ຕໍ່​ສຳ​ເລັດ​ລະບຽບ​ການ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ໃໝ່​ຂອງ​ປະ​ເທດ​ຊາດ ທີ່​ພວມ​ໃນ​ທ່າ​ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ