ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ​ປາດ​ຖະ​ໜາກ​ຢາກໃຫ້​ຫ໋າຍ​ຝ່ອງ​ສືບ​ຕໍ່​ແມ່ນ​ຈຸດ​​ເດັ່ນ​ດ້ານ​ເສດ​ຖະ​ກິດ​ໃນ​ທົ່ວ​ປະ​ເທດ

(VOVWORLD) -ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນ ຫ໋າຍຝ່ອງ, ໄດ້ດຳເນີນກອງປະຊຸມປະຖົມມະເລິກ ສະພາປະຊາຊົນນະຄອນຫ໋າຍຝ່ອງຊຸດທີ XVI
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ​ປາດ​ຖະ​ໜາກ​ຢາກໃຫ້​ຫ໋າຍ​ຝ່ອງ​ສືບ​ຕໍ່​ແມ່ນ​ຈຸດ​​ເດັ່ນ​ດ້ານ​ເສດ​ຖະ​ກິດ​ໃນ​ທົ່ວ​ປະ​ເທດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມີຄວາມປາດຖະໜາດ ແລະ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ນະຄອນ ຫ໋າຍຝ່ອງຈະສືບຕໍ່ກາຍເປັນຈຸດ ເດັ່ນໃນການພັດທະນາເສດຖະກິດ, ສັງຄົມຂອງທົ່ວປະເທດ. ທ່ານໃຫ້ຮູ້ວ່າ:

ໃນອາຍຸການ 2021 2026, ສະພາປະຊາຊົນນະຄອນຊຸດທີ XVI ຕ້ອງສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນໃຫ້ຫຼາຍກ່ວາອີກ. ເອົາໃຈໃສ່ເປັນພິເສດເຖິງການປະຕິບັດ 3 ບຸກທະລຸຍຸດທະສາດ, ເປັນຕົ້ນແມ່ນນະໂຍບາຍ, ລະບອບລະບຽບການລະອຽດດ້ວຍບັນດາມະຕິທີ່ເໝາະສົມຂອງສະພາປະຊາຊົນນະຄອນ.

ທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫ້ວ ກໍ່ສະເໜີໃຫ້ຕ້ອງສ້າງຫ໋າຍຝ່ອງກາຍເປັນສູນການສຶກສາ ແລະ ບຳລຸງສ້າງ, ສາທາລະນະສຸກຂອງເຂດແຄມຝັ່ງທະເລທາງພາກເໜືອ, ຈຸດສຸມໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ