ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກກັບສະຖາບັນຄົ້ນຄ້ວານິຕິບັນຍັດ

(VOVWORLD) - ວຽກງານນິຕິບັນຍັດ ຫຼື ການຕັດສິນບັນດາບັນຫາສຳຄັນລ້ວນແຕ່ຕ້ອງອີງໃສ່ພື້ນຖານດ້ານການເມືອງ, ຫຼັກຖານດ້ານວິທະຍາສາດ, ຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກກັບສະຖາບັນຄົ້ນຄ້ວານິຕິບັນຍັດ - ảnh 1ການເຮັດວຽກຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກັບສະຖາບັນຄົ້ນຄ້ວານິຕິບັນຍັດ
(ພາບ:TTXVN)

ວັນທີ 29 ກໍລະກົດ, ທີ່ການເຮັດວຽກກັບສະຖາບັນຄົ້ນຄ້ວານິຕິບັນຍັດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ: ວຽກງານນິຕິບັນຍັດ ຫຼື ການຕັດສິນບັນດາບັນຫາສຳຄັນລ້ວນແຕ່ຕ້ອງອີງໃສ່ພື້ນຖານດ້ານການເມືອງ, ຫຼັກຖານດ້ານວິທະຍາສາດ, ຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ. ໂດຍແມ່ນອົງການຄົ້ນຄ້ວາຂອງສະພາແຫ່ງຊາດ, ສະຖາບັນຄົ້ນຄ້ວານິຕິບັນຍັດຕ້ອງສືບຕໍ່ເອົາໃຈໃສ່, ເພີ່ມທະວີກຳລັງຄວາມສາມາດມີລັກສະນະໄລຍະຍາວ; ຍູ້ແຮງການຮ່ວມມືສາກົນ; ມີກົນໄກສົມທົບຢ່າງແໜ້ນແຟ້ນກັບສະມາຄົມທະນາຍຄວາມ ເພື່ອຄົ້ນຄ້ວາ, ປະກອບຄຳເຫັນໃສ່ບັນດາມາດຕາໃນກົດໝາຍສຳຄັນ.

        ທ່ານຍັງໃຫ້ຮູ້ວ່າ: ທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຈະມາເຖິງ, ສະພາແຫ່ງຊາດຈະສຸມໃສ່ວຽກງານນິຕິບັນຍັດ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 13 ສະບັບ, ໃນນັ້ນມີບັນດາຮ່າງກົດໝາຍປັບປຸງ, ມີບັນດາຮ່າງກົດໝາຍໄດ້ປະກອບຄຳເຫັນເປັນຄັ້ງທຳອິດ. ສຳລັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີວ່າ: ສະຖາບັນຄົ້ນຄ້ວານິຕິບັນຍັດພິຈາລະນາຢ່າງຮີບດ່ວນ, ຕີລາຄາ, ສະໜອງເຫດຜົນອ້າງອີງທາງວິທະຍາສາດຕໍ່ບັນດາຮ່າງກົດໝາຍສຳຄັນເຫຼົ່ານີ້.

ຕອບກັບ

ຂ່າວ/ບົດ​ອື່ນ