ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ເວືອງ​ດິ່​ງ​ເຫ້ວ ພົບ​ປະ​ກັບ​ທ່ານນາງ​ປະ​ທານ​ສະ​ພາ​ສູງຍີ່​ປຸ່ນ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ ຍີ່ປຸ່ນ ມີຄວາມເອົາໃຈໃສ່ເຖິງການຮັບປະກັນຄວາມປອດໄພ, ການເບິ່ງແຍງດູແລທາງການແພດ ແລະ ຮັກສາສະຖຽນລະພາບໃນການດຳລົງຊີວິດໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ແລະ ສົ່ງເສີມບັນດາວິສາຫະກິດຍີ່ປຸ່ນ ສືບຕໍ່ເພີ່ມທະວີການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ, ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາໃນເງື່ອນໄຂທີ່ເປັນປົກກະຕິໃໝ່.
ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ເວືອງ​ດິ່​ງ​ເຫ້ວ ພົບ​ປະ​ກັບ​ທ່ານນາງ​ປະ​ທານ​ສະ​ພາ​ສູງຍີ່​ປຸ່ນ - ảnh 1ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ພົບປະກັບທ່ານນາງປະທານສະພາສູງຍີ່ປຸ່ນ

ຕອນເຊົ້າວັນທີ 7 ກັນຍາ, ຕາມເວລາທ້ອງຖິ່ນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 5 ຢູ່ນະຄອນຫຼວງ ວຽນນາ, ປະເທດ ໂອຕາລິດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບທ່ານນາງປະທານສະພາສູງ ຍີ່ປຸ່ນ Santo Akiko. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມີຄວາມປາດຖະໜາຢາກຍີ່ປຸ່ນຈະສືບຕໍ່ສະໜອງວັດຖຸອຸປະກອນການແພດ, ໜູນຊ່ວຍ, ມອບສົ່ງແຫຼ່ງວັກຊິນທີ່ຍັງເຫຼືອ, ພິຈາລະນາການຮ່ວມມືຜະລິດວັກຊິນ ແລະ ຢາປິ່ນປົວໂຄວິດ - 19 ເພື່ອໃຫ້ ຫວຽດນາມ ມີແຫຼ່ງວັກຊິນຕື່ມອີກ ໃນການສັກວັກຊິນໃຫ້ແກ່ປະຊາຊົນ, ຜູ້ອອກແຮງງານທີ່ພວມເຮັດວຽກຢູ່ບັນດາເຂດອຸດສາຫະກຳ, ເຂດປຸງແຕ່ງເພື່ອແນໃສ່ຮັບປະກັນລະບົບສະໜອງ ແລະ ຜະລິດໃຫ້ແກ່ບັນດາວິສາຫະກິດ, ໃນນັ້ນມີບັນດາວິສາຫະກິດ ຍີ່ປຸ່ນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ ຍີ່ປຸ່ນ ມີຄວາມເອົາໃຈໃສ່ເຖິງການຮັບປະກັນຄວາມປອດໄພ, ການເບິ່ງແຍງດູແລທາງການແພດ ແລະ ຮັກສາສະຖຽນລະພາບໃນການດຳລົງຊີວິດໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ແລະ ສົ່ງເສີມບັນດາວິສາຫະກິດຍີ່ປຸ່ນ ສືບຕໍ່ເພີ່ມທະວີການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ, ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາໃນເງື່ອນໄຂທີ່ເປັນປົກກະຕິໃໝ່.

ສອງຝ່າຍ ໄດ້ຢັ້ງຢືນຈະສືບຕໍ່ໜູນຊ່ວຍເຊິ່ງກັນແລະກັນເພື່ອຜ່ານຜ່າຄວາມຫຸຍ້ງຍາກຂອງໂລກລະບາດ ແລະ ຟື້ນຟູ, ສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການ ນິຕິບັນຍັດ ຂອງສອງປະເທດ, ເສີມຂະຫຍາຍບົດບາດຂອງກຸ່ມສະມາຊິກລັດຖະສະພາສອງປະເທດ ເພື່ອໃຫ້ຈາກນັ້ນ ສາມາດຍົກອອກຫຼາຍຂໍ້ລິເລີ່ມເພື່ອແນໃສ່ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ແບ່ງປັນຂໍ້ມູນ ແລະ ສົມທົບກັນໃນການເຄື່ອນໄຫວຂອງສະພາແຫ່ງຊາດສອງປະເທດ, ຊຸກຍູ້ການພົວພັນສອງປະເທດ ແລະ ສະພາແຫ່ງຊາດສອງປະເທດທີ່ນັບມື້ນັບພັດທະນາຢ່າງແຮງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ