ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Macron ຕຳ​ໜິ​ຕິ​ຕຽນ​ບັນ​ດາ​ຝ່າຍ​ຢູ່ ລີ​ບັງ​ທີ່​ທໍ​ລະ​ຍົດ​ຕໍ່​ຄຳ​ໝັ້ນ​ສັນ​ຍາ

(VOVWORLD) - “ຂ້າພະເຈົ້າເຫັນວ່າ ອຳນາດການປົກຄອງ ແລະ ບັນດາກຳລັງການເມືອງ ຢູ່ ລີບັງ ໄດ້ເລືອກເອົາບຸລິມະສິດທີ່ນຳມາເຊິ່ງສິດຜົນປະໂຫຍດໃຫ້ພັກຝ່າຍຂອງຕົນ ແລະ ຜົນປະໂຫຍດສ່ວນຕົວຫຼາຍກວ່າຜົນປະໂຫຍດສ່ວນລວມຂອງປະເທດຊາດ...."
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Macron ຕຳ​ໜິ​ຕິ​ຕຽນ​ບັນ​ດາ​ຝ່າຍ​ຢູ່ ລີ​ບັງ​ທີ່​ທໍ​ລະ​ຍົດ​ຕໍ່​ຄຳ​ໝັ້ນ​ສັນ​ຍາ - ảnh 1ທ່ານປະທານາທິບໍດີຝລັ່ງ Emmanuel Macron (ພາບ: Kafkadesk)

 ວັນທີ 27 ກັນຍາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ຈັດຕັ້ງການຖະແຫຼງຂ່າວຢູ່ນະຄອນຫຼວງ ປາຣີ, ໂດຍໄດ້ຕຳໜິຕິຕຽນບັນດາພັກຝ່າຍການເມືອງຢູ່ ລີບັງ ທີ່ໄດ້ທໍລະຍົດຕໍ່ຄຳໝັ້ນສັນຍາກັບປະຊາຄົມສາກົນ, ພ້ອມທັງຕໍ່ກຳນົດເວລາ 6 ອາທິດ ກ່ອນທີ່ຈະຈັດວາງຄຳສັ່ງລົງໂທດ ຖ້າຫາກວ່າ ລີບັງບໍ່ສ້າງຕັ້ງລັດຖະບານໃໝ່ ແລະ ດຳເນີນການປະຕິຮູບ. ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເນັ້ນໜັກວ່າ:

        “ຂ້າພະເຈົ້າເຫັນວ່າ ອຳນາດການປົກຄອງ ແລະ ບັນດາກຳລັງການເມືອງ ຢູ່ ລີບັງ ໄດ້ເລືອກເອົາບຸລິມະສິດທີ່ນຳມາເຊິ່ງສິດຜົນປະໂຫຍດໃຫ້ພັກຝ່າຍຂອງຕົນ ແລະ ຜົນປະໂຫຍດສ່ວນຕົວຫຼາຍກວ່າຜົນປະໂຫຍດສ່ວນລວມຂອງປະເທດຊາດ. ຂ້າພະເຈົ້າກໍເຫັນວ່າ ເຂົາເຈົ້າເລືອກການຍູ້ ລີບັງ ຕົກເຂົ້າສູ່ການຂັດແຍ້ງກັບບັນດາກຳລັງຕ່າງປະເທດ, ຍູ້ປະເທດຕົກເຂົ້າສູ່ສະພາບການສັບສົນວຸ້ນວາຍ ແທນທີ່ຈະຍາດແຍ່ງເອົາຜົນປະໂຫຍດຈາກການໜູນຊ່ວຍຂອງສາກົນ ເຊິ່ງປະຊາຊົນປະເທດນີ້ພວມຕ້ອງການ”.

        ສຳລັບບັນດາແຜນການໃນໄລຍະຕໍ່ໄປ ທີ່ກ່ຽວຂ້ອງເຖິງ ລີບັງ, ທ່ານປະທານາທິບໍດີ ຝລັ່ງ ໃຫ້ຮູ້ວ່າ ຈະສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມໃນການປະຕິຮູບປະເທດນີ້ ແລະ ໃຫ້ເວລາຕື່ມອີກ 6 ອາທິດ ເພື່ອໃຫ້ບັນດາພັກຝ່າຍການເມືອງຢູ່ປະເທດນີ້ບັນລຸໄດ້ຄວາມປະນິປະນອມ ແລະ ປະຕິບັດວິວັດການປະຕິຮູບ.

ກວາງຢຸງ - ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ