ທ່ານປະທານາທິບໍດີ ລັດເຊຍ ຢັ້ງຢືນ ອາເມລິກາ ຢາກປັບປຸງການພົວພັນສອງຝ່າຍ

(VOVWORLD) -ວັນທີ 18 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ຮັບຟັງຄໍາເຫັນຂອງທ່ານ ແລະ ຢາກປັບປຸງການພົວພັນລະຫວ່າງລັດເຊຍ ແລະ ອາເມລິກາ ໂດຍບໍ່ຫົວຊາຕໍ່ສະຖານະການການເມືອງພາຍໃນທີ່ສັບສົນຢູ່ອາເມລິກາ.

ທ່ານປະທານາທິບໍດີ ລັດເຊຍ ຢັ້ງຢືນ ອາເມລິກາ ຢາກປັບປຸງການພົວພັນສອງຝ່າຍ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບປະກອບ: TTXVN)

ກ່າວຄໍາເຫັນທີ່ເວທີປາໄສ ຢູ່ເຂດພັກຜ່ອນບໍາລຸງສຸຂະພາບທີ່ນະຄອນ Sochi ຕັ້ງຢູ່ແຄມທະເລດໍາ,  ທ່ານປະທານາທິບໍດີ Vladimir Putin  ໃຫ້ຮູ້ວ່າ ທ່ານ Donald Trump  ມີຄວາມປາດຖະໜາຢາກຫັນການພົວພັນທີ່ສັບສົນລະຫວ່າງ ມົດສະກູ ແລະ ວໍຊິງຕັນ ເປັນປົກກະຕິ, ພ້ອມກັນນັ້ນ ກໍ່ປະຕິເສດຂໍ້ສັງເກດ ທີ່ຖືວ່າ ທ່ານ Donald Trump   ແມ່ນຄົນທີ່ບໍ່ຮັບຟັງຄໍາເຫັນຈາກຄົນອື່ນ. ການນໍາລັດເຊຍ ໃຫ້ຮູ້ວ່າ ທ່ານໄດ້ມີການສົນທະນາເປັນທໍາມະດາ ແລະ ເປັນມືອາຊີບກັບຜູ້ນໍາໜ້າທໍານຽບຂາວ ແລະ ທ່ານ Donald Trump   ໄດ້ສະແດງໃຫ້້ເຫັນວ່າ ທ່ານເອງ ພ້ອມແລ້ວທີ່ຈະຮັບຟັງຄໍາເຫັນຂອງຄົນອື່ນ. ເຖິງຢ່າງໃດກໍຕາມ, ທ່ານ Vladimir Putin ກໍໃຫ້ຮູ້ວ່າ ການນໍາສອງທ່ານ ກໍບໍ່ມີຄວາມລົງລອຍກັນໃນຫຼາຍບັນຫາ ແຕ່ນີ້ແມ່ນເລື່ອງປົກກະຕິໃນການສົນທະນາລະຫວ່າງການນໍາບັນດາປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ