ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນ “ປະຕິຫານດ້ານເສດຖະກິດ”

(VOVWORLD) - ພາຍຫລັງກະຊວງການຄ້າ ອາເມລິກາ ປະກາດຂໍ້ມູນການເຕີບໂຕທີ່ເປັນໜ້າປະທັບໃຈຂອງພື້ນຖານເສດຖະກິດ ອາເມລິກາ ໃນໄຕມາດ 2 ປີ 2018 ດ້ວຍລະດັບການເຕີບໂຕ 4,1% ຊຶ່ງແມ່ນລະດັບສູງສຸດໃນເກືອບເຄິ່ງທົດສະວັດຜ່ານມາ, ວັນທີ 27 ກໍລະກົດ,
ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນ “ປະຕິຫານດ້ານເສດຖະກິດ” - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN )

ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ “ນີ້ແມ່ນປະຕິຫານດ້ານເສດຖະກິດ” ແລະ  ຢືນຢັນວ່າ ອາເມລິກາ ຈະບັນລຸໄດ້ລະດັບການເຕີບໂຕນີ້ ບໍ່ພຽງແຕ່ຄັ້ງດຽວເທົ່ານັ້ນ. ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ນີ້ແມ່ນຕົວເລກຊີ້ວັດທີ່ສະແດງໃຫ້ເຫັນວ່າ ບັນດານະໂຍບາຍເສດຖະກິດຂອງທ່ານພວມເສີມຂະຫຍາຍຢ່າງມີປະສິດທິຜົນ. ພ້ອມກັນນັ້ນ ທ່ານກໍ່ຄາດຄະເນວ່າ ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ອາເມລິກາ ຈະສູງກ່ວາອີກ ເມື່ອ ອາເມລິກາ ພ້ອມກັບບັນດາຄູ່ຮ່ວມມືບັນລຸໄດ້ຂໍ້ຕົກລົງການຄ້າ 2 ຝ່າຍຫລາຍສະບັບ.

 

ຕອບກັບ

ຂ່າວ/ບົດ​ອື່ນ