ທ່ານ​ຟ້າມ​ບິ່ງ​ມິງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນາງ Marise Payne ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອົດ​ສະ​ຕາ​ລີ

(VOVWORLD) -ໃນການໂອ້ລົມທາງໂທລະສັບໃນວັນທີ 16 ເມສາ, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມແລະທ່ານນາງ Marise Payne ລັດຖະມົນຕີກະຊວງການຕ່າງປະເທດອົດສະຕາລີໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນແລະປະສົບການກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. 

ທ່ານ​ຟ້າມ​ບິ່ງ​ມິງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນາງ Marise Payne ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອົດ​ສະ​ຕາ​ລີ - ảnh 1ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

 (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມສາມັນລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດສອງປະເທດໃນໄຕມາດທີ III/2020ຢູ່ອົດສະຕາລີຫຼືຜ່ານຮູບການທາງອອນລາຍເພື່ອແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນຕ້ອງເອົາໃຈໃສ່ເຖິງການຮ່ວມມືດ້ານສາທາລະນະສຸກ, ຄ້ຳປະກັນດ້ານສະບຽງອາຫານ, ສົມທົບກັນເພື່ອແນໃສ່ຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ - ສັງຄົມທີ່ເກີດຈາກເຊື້ອພະຍາດ Covid – 19ໃຫ້ຢູ່ໃນລະດັບຕ່ຳສຸດ, ຟື້ນຟູບັນດາການເຄື່ອນໄຫວດ້ານການຄ້າ, ການທ່ອງທ່ຽວແລະການຮ່ວມມືໃນບັນດາຂົງເຂດຕ່າງໆໂດຍໄວພາຍຫຼັງສິ້ນສຸດໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ