ທ່ານຟ້າມມີງຈີ໋ງຫົວໜ້າຄະນະຈັດຕັ້ງສູນກາງຕ້ອນຜູ້ທີ່ປຶກສາພິເສດຂອງພັນທະມິດສສຂມິດຕະພາບຍີ່ປູ່ນ - ຫວຽດນາມ
ທ່ານ ຟ້າມມີງຈີ໋ງ ຕີລາຄາສູງການປະກອບສ່ວນຂອງທ່ານ Takebe
ໃນເລື່ອງເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດ
(ພາບ: TTXVN)
(vovworld) - ທີ່ການຕ້ອນຮັບຕອນບ່າຍວັນທີ 21/7, ຢູ່ສຳນັກງານສູນກາງພັກ, ທ່ານ ຟ້າມມີງຈີ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ Takebe ໃນເລື່ອງເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ແລະປະຊາຊົນສອງປະເທດຍີ່ປຸ່ນ - ຫວຽດນາມ. ທ່ານ ຟ້າມມີງຈີ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ ຮັບຮູ້ ບັນດາຄວາມມານະພະຍາຍາມຂອງ ທ່ານ Takebe ໃນການຊຸກຍູ້ການຜັນຂະຫຍາຍ ບັນດາໂຄງການຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດວັດທະນະທຳ - ສຶກສາ ພິເສດແມ່ນໂຄງການມະຫາວິທະຍາໄລຫວຽດນາມ - ຍີ່ປຸ່ນ ແລະງານບຸນວັດທະນະທຳຍີ່ປຸ່ນ - ຫວຽດນາມ. ທ່ານ ຟ້າມມີງຈີ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ ເຊື່ອໜັ້ນວ່າ ດ້ວຍການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນຂອງບັນດາອົງການກ່ຽວຂ້ອງສອງປະເທດ, ໂຄງການມະຫາວິທະຍາໄລຫວຽດນາມ - ຍີ່ປຸ່ນ ຈະເຄື່ອນໄຫວຢ່າງມີປະສິດທິຜົນໂດຍໄວ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບອັນດີງາມລະຫວ່າງຫວຽດນາມ - ຍີ່ປຸ່ນກວ່າອີກ.
ສ່ວນ ທ່ານ Tsutomu Takebe ທີ່ປຶກສາພິເສດ ພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ເນັ້ນໜັກເຖິງຄວາມສຳຄັນ ຂອງເລື່ອງ ແລກປ່ຽນ ລະຫວ່າງປະຊາຊົນ, ບັນດາລັດຖະສະພາ ແລະ ບັນດາທ້ອງຖິ່ນຂອງສອງປະເທດ ໃນການກໍ່ສ້າງພື້ນຖານໝັ້ນຄົງ ເພື່ອພັດທະນາການພົວພັນສອງປະເທດຢ່າງແຂງແຮງ; ທ່ານຍັງສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍ ແລະ ການຮ່ວມມືຢ່າງຕັ້ງໜ້າ, ມີປະສິດທິຜົນ ຈາກບັນດາຂັ້ນ, ຂະແໜງການຂອງຫວຽດນາມ.