( ພາບ: vietnamplus.vn )
|
( vovworld ) - ຕອນເຊົ້າວັນທີ 8/3, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟຸ່ງກວາງແທງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ Claudio Debertoli, ເລຂາທິການໃຫຍ່ກະຊວງປ້ອງກັນຊາດ, ປະທານຄະນະກຳທະການປະກອບອາວຸດແຫ່ງຊາດສ.ອີຕາລີ ແລະ ຄະນະເຂົ້າຢ້ຽມຄຳນັບ. ທ່ານລັດຖະມົນຕີ ຟຸ່ງກວາງແທງ ປາດຖະໜາວ່າ, ກະຊວງປ້ອງກັນຊາດຂອງສອງປະເທດສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືໃນຂົງເຂດປ້ອງກັນປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນເວລາຢູ່ຢ້ຽມຢາມຫວຽດນາມ, ທ່ານພົນຕີ Claudio Debertoli ແລະ ຄະນະໄດ້ໄປວາງພວງມາລາຢູ່ອານຸສາວະລີນັກຮົບວິລະຊົນເສຍສະຫະຊີວິດເພື່ອຊາດ, ໄປວາງພວງມາລາ ແລະ ເຂົ້າຄໍ່ານັບສຸສານປະທານປະທານໂຮ່ຈິມິນ, ຢ້ຽມຢາມບ່ອນຢູ່ ແລະ ເຮັດວຽກຂອງປະທານໂຮ່ຈິມິນ ແລະ ອື່ນໆ.