ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຟ້າມຫວູ໋ລ້ວນ
(ພາບ: ອິນເຕີແນັດ)
ຕອນເຊົ້າວັນທີ 7/3, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຟ້າມຫວູ໋ລ້ວນ ຈະມີການໂອ້ລົມສົນທະນາໂດຍກົງຜ່ານເຄືຍຂ່າຍອິນເຕີແນັດກັບປະຊາຊົນທີ່ປະຕູຖານຂໍ້ມູນລັດຖະບານ. ການໂອ້ລົມສົນທະນາຈະສຸມໃສ່ບັນດາບັນຫາໃຫ່ຍຄື: ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງໃນທຸກຊັ້ນຮຽນ, ໃນນັ້ນສຸມໃສ່ຂັ້ນມະຫາວິທະຍາໄລ, ວິທະຍາໄລ; ສະຫນອງຂໍ້ມູນຂ່າວກ່ຽວກັບການເສັງເຂົ້າມະຫາວິທະຍາໄລ, ວິທະຍາໄລປີ 2012; ນະໂຍບາຍໃຫ້ບຸລິມະສິດແກ່ການສຶກສາ, ການບຳລຸງສ້າງຢູ່ເຂດຫ່າງໄກສອກຫລີກ, ເຂດພູດອຍ, ເຂດປະສົບຄວາມຫຍຸ້ງຍາກເປັນພິເສດ…