ທ່ານຫງວຽນທ້ຽນເຍິນ ໃຫ້ການຕ້ອນຮັບ ຄະນະຜູ້ແທນຜູ້ມີ ຄຸນງາມຄວາມດີແຂວງ ກວາງຈິ

ທ່ານຫງວຽນທ້ຽນເຍິນ ໃຫ້ການຕ້ອນຮັບ ຄະນະຜູ້ແທນຜູ້ມີ ຄຸນງາມຄວາມດີແຂວງ ກວາງຈິ - ảnh 1

(ພາບ:baomoi.com)

(vovworld)- ຕອນ​ບ່າຍວັນ​ທີ 5/7, ຢູ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນທ້ຽນ​ເຍິນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ການ​ປະຕິວັດ​ແຂວງ​ກວາງ​ຈິ​ ​ໃນ​ໂອກາດ​ຄະນະ​ມານະ​ຄອ​ນຫລວງ​ຮ່າ​ໂນ້ຍ ​ແລະ ​ເຂົ້າຢ້ຽມ​ສຸສານ​ປະທານ​ໂຮ່ຈິ​ມິນ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນທ້ຽນ​ເຍິນ ຢືນຢັນ​ວ່າ: ພັກ, ລັດ, ລັດຖະບານ ​ແລະ ປຊຊ ຍາມ​ໃດ​ກໍ່​ຈົດ​ຈຳ​ບຸນຄຸນ, ຮັບ​ຮູ້​ຄຸນງາມ​ຄວາມ​ດີ​ຂອງ​ທະຫານ​ເສຍ​ອົງຄະ, ນັກຮົບເສຍ​ຊີວິດ​ເພື່ອ​ຊາດ ​ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ການ​ປະຕິວັດ​ ຊື່​ງ​ໄດ້​ປະກອບ​ເລືອດ​ເນື້ອ​ເພື່ອ​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ຄວາມ​ເປັນ​ເອກະ​ພາບ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນທ້ຽນ​ເຍິນ ສະ​ເໜີ​ໃຫ້ການ​ນຳ​ແຂວງ​ກວາງ​ຈິ ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ເອົາ​ໃຈ​ໃສ່​ເຍິ່ງ​ແຍງ​ຊີວິດ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ຂອງ​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ການ​ປະຕິວັດ; ສູ້​ຊົນ​ບັນລຸ 100% ຕາ​ແສງ​ປະຕິບັດ​ວຽກ​ງານ “ຕອບ​ບຸນ​ແທນ​ຄຸນ” ​ເປັນ​ຢ່າງດີ, ຂົນຂວາຍ ປຊຊ ​ປະກອບເຂົ້າກອງທຶນ “ຕອບ​ບຸນ​ແທນ​ຄຸນ” .

 

 

ຂ່າວ/ບົດ​ອື່ນ