ທ່ານຫງວຽນທ້ຽນເຍີນພົບປະກັບບັນດາກຳມະການຄະນະກຳມະການແນວໂຮມປະເທດຊາດເຊິ່ງແມ່ນຊາວຫວຽດນາມຢູ່ຕ່າງປະເທດ
ທ່ານ ຫງວຽນທ້ຽນເຍີນ ຖ່າຍຮູບກັບບັນດາຜູ້ແທນ
|
(vovworld) – ຕອນຄ່ຳວັນທີ 3/1, ໃນການພົບປະກັບບັນດາກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 8 ເຊິ່ງແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຝາກຄຳອວຍພອນປີໃໝ່ເຖິງບັນດາກຳມະການດ້ວຍຄວາມສະຫງົບສຸກ, ປະສົບຜົນສຳເລັດ, ພ້ອມທັງຝາກຄຳອວຍພອນເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດຕ່າງໆນັບມື້ນັບມີຄວາມສາມັກຄີ ແລະ ພັດທະນາ. ທ່ານປະທານ ຫງວຽນທ້ຽນເຍີນ ກໍ່ແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ, ສັງຄົມ, ບັນດາຂົງເຂດທີ່ມີທ່າແຮງຂອງ ຫວຽດນາມ ແລະ ບັນດາຜົນສຳເລັດໃນວຽກງານແນວໂຮມໃນປີ 2016. ທີ່ການພົບປະສັງສັນ, ຜູ້ຕາງໜ້າບັນດາພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກໍ່ໄດ້ແບ່ງປັນຜົນສຳເລັດຂອງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ, ພ້ອມທັງໄດ້ຍົກອອກບັນດາຂໍ້ສະເໜີຮ່ວມມືກັບບັນດາອົງການແນວໂຮມ, ພັກ, ລັດ ເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ທຸກແຖບຖິ່ນໃນໂລກອຸ່ນອ່ຽນໃຈອອກແຮງງານ, ເຮັດວຽກ ແລະ ນັບມື້ນັບມີຄວາມສະໜິດຕິດພັນກັບບ້ານເກີດເມືອງນອນກ່ວາອີກ.