ທ່ານຫງວຽນທຽນເຍີນຢ້ຽມຢາມແລະເຮັດວຽກຢູ່ເຂດເສດຖະກິດວູ້ງອາງ,ຮ່າຕິ້ງ
(ທ່ານຫງວຽນທຽນເຍີນຢ້ຽມຢາມ
ແລະ ເຮັດວຽກຢູ່ເຂດເສດຖະກິດວູ້ງອາງ, ຮ່າຕິ້ງ)
(vovworld) - ທີ່ການຢ້ຽມຢາມ ແລະ ເຮັດວຽກຢູ່ຮ່າຕິ້ງ, ຕອນບ່າຍວັນທີ 30/05, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ພ້ອມກັບຄະນະສຳຫຼວດກວດກາລົງຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດ ວູ້ງອາງ, ແຂວງຮ່າຕິ້ງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫງວຽນທ້ຽນເຍີນ ຖືວ່າ, ໂຄງການ Fomusa ຮ່າຕິ້ງ ແມ່ນໂຄງການໃຫຍ່ ເຊິ່ງລັດຖະບານຫວຽດນາມ ມີຄວາມສົນໃຈເປັນພິເສດ. ເມື່ອທຽບໃສ່ຄາດໝາຍໄລຍະ 1, ໂຄງການຜັນຂະຫຍາຍໄດ້ 90% ແລ້ວ, ສະນັ້ນ, ປີ 2015 ຕ້ອງສູ້ຊົນນຳໂຮງງານເຫຼັກກ້າ ແລະ ສ່ວນໜຶ່ງຂອງກຸ່ມທ່າກໍ່າປັ່ນເຂົ້າເຄື່ອນໄຫວ. ທ່ານ ຫງວຽນທ້ຽນເຍີນ ກໍ່ຕັກເຕືອນແຂວງຮ່າຕິ້ງ ໃນເບື້ອງຕົ້ນໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ ໃນການກໍ່ສ້າງເຮືອນຢູ່ໃກ້ກຳມະກອນ, ແຕ່ພ້ອມກັນນັ້ນຄວນສ້າງເງື່ອນໄຂຮັບນັກຮຽນ, ນັກສຶກສາຊາວຮ່າຕິ້ງ ເຂົ້າເຮັດວຽກຢູ່ໂຮງງານ.