ທ່ານຫງວຽນເຕີນຢຸງເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ-ອິນເດຍ

ທ່ານຫງວຽນເຕີນຢຸງເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ-ອິນເດຍ - ảnh 1
ພາບປະກອບ

(vovworld) - ​ຕອ​ນ​ເຊົ້າ​ວັນ​ທີ 20/12, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້ອອກ​ຈາກ​ຮ່າ​ໂນ້ຍ ​ເດີນທາງ​ໄປ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ພົວພັນ​ຄູ່​​ເຈລະຈາ​ອາ​ຊຽນ-ອິ​ນເດຍ ຊື່​ງຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ນີວ​ເດ​ລີ-​ປະ​ເທດ​ອິນ​ເດຍ. ດ້ວຍ​ຫົວ​ຂໍ້ “ຄູ່​ຮ່ວມ​ມືອາ​ຊຽນ-ອິ​ນເດຍ ​ເພື່ອ​ສັນຕິພາບ ​ແລະ ຄວາມ​​ວັດ​ຖະນາ​ຖາວອນ​ລວມ“, ກອງ​ປະຊຸມສຸດ​ຍອດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ພົວພັນ​ຄູ່​​ເຈລະຈາ​ອາ​ຊຽນ-ອິ​ນເດຍ ​ຖືກ​ດຳ​ເນີນ​ໃນລະຫວ່າງ​ວັນ​ທີ 20-21/12 ສຸມ​ໃສ່​ປຶກສາ​ຫາລື​​ທິດທາ​ງການ​ພົວພັນ​ລະຫວ່າ​ງອາ​ຊຽນ-ອິ​ນເດຍ ​ໃນ​ອະນາຄົດ ​ແລະ ຮັບຮອງ​ເອົາ​ຖະ​ແຫຼ​ງການ​ວິ​ໄສ​ທັດ, ຍົກ​ການ​ພົວພັນຄູ່​ເຈລະຈາອາ​ຊຽນ-ອິ​ນເດຍ ​ຂຶ້ນ​​ເປັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ. ດ້ວຍ​ຈິດ​ໃຈ “​ເປັນ​ເຈົ້າການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ“, ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​​ເຈລະຈາອາ​ຊຽນ-ອິ​ນເດຍ ​ໃຫ້​ພັດທະນາຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ດ້ວຍ​ຈຸດ​ສຸມ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ, ໜູນ​ຊ່ວຍການ​​ສ້າງປະ​ຄົມອາ​ຊຽນ, ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ, ພ້ອມ​ທັງ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ-​ອິນ​ເດຍ.

ຂ່າວ/ບົດ​ອື່ນ