ທ່ານຮອງນາຍົກ ລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບເອກອັກຄະລັດ ຖະທູດໄທ ເຂົ້າຢ້ຽມອຳລາ

ທ່ານຮອງນາຍົກ ລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບເອກອັກຄະລັດ ຖະທູດໄທ ເຂົ້າຢ້ຽມອຳລາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ
ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ໄທ​ປະຈຳ​ຫວຽດນາມ
(ພາບ: baomoi.com)


(vovworld) - ຕອນ​ບ່າຍ​ວັນ​ທີ 25/12, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ, ​ໂດຍ​ໄດ້​ຮັບມອບໝາຍ​ໜ້າ​ທີ່​ຈາກ​ປະທານ​ປະ​ເທດ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ປະດັບຫຼຽນ​ໄຊ​ມິດ​ຕະພາບ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ​ໄທ​ປະຈຳ​ຫວຽດນາມ ອານຸສົນ ຈີນ​ວານ​ໂນ. ຫຼັງ​ຈາກ​ພິທີ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ໄທ ອານຸສົນ ຈີນ​ວານ​ໂນ ​ໃນ​ການ​ປັບ​ປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ເລື່ອງ​ຍົກ​ສູງ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເມື່ອ​ເດືອນ 06/2013. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ແດງ​ຄວາມ​ເຊື່ອມ​ໝັ້ນ​ວ່າ ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ລວມຂອງ​ທັງ 2 ປະ​ເທດ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ຫວຽດນາມ - ​ໄທ ຈະ​ມີ​ບາດກ້າວ​ພັດທະນາ​ຢ່າງ​​ແຂງ​ແຮງ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ການ​ຮ່ວມ​ມື ​ແລະ ການພັດທະນາ​ຢ່າງ​ວັດ​ທະນາ​ຖາ​ວອນຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ອາ​ຊຽນ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ​ໄດ້​ຕີ​ລາ​ຄາ​ສູງ​ການ​ສົມທົບ​ກັນ​ລະຫວ່າງ​ຫວຽດນາມ ​ແລະ ​​ໄທ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກອື່ໆປ​ັບປຸງ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ, ສູ້​ຊົນ​ເພື່ອ​ໃຫ້​ອາ​ຊຽນ ມີ​ບົດບາດ​ຕັ້ງໜ້າ ​ແລະ ຄວາມຮັບຜິດຊອບ​ສຳລັບ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ