ທ່ານຮອງນາຍົກລັດ ຖະມົນຕີ ຫງວຽນ ທ້ຽນເຍີນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ

ທ່ານຮອງນາຍົກລັດ ຖະມົນຕີ ຫງວຽນ ທ້ຽນເຍີນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ໊ຽນເຍີນ ເຮັດວຽກກັບການນຳແຂວງ ຮ່ານາມ
(ພາບ: http://nguyenthiennhan.net)

(vovworld)ວັນ​ທີ 7/2, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ​ໄດ້ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຮ່າ​ນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຊົມ​ເຊີຍ​ແຂວງ​ຮ່າ​ນາມທີ່​ໄດ້​ຖື​​​ເອົາແຫຼ່ງຊັບພະຍາກອນ​ມະນຸດ​ແມ່ນ​ປະຖົມ​ປັດ​​ໃຈເພື່ອ​ພັດທະນາ​​ໃນ​ໄລຍະ​ຍາວ​, ​ຮູບ​ແບບ​ແຫຼ່ງຊັບພະຍາກອນ​ມະນຸດ​ຕິດ​ພັນ ກັບ​ຮາກ​ຖານ​ບຳລຸງ​ສ້າງ ​ແລະ ວິ​ສາ​ຫະກິດ ​ໄດ້​ເສີມ​ຂະຫຍາຍ​​ປະສິດທິ​ຜົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​ຕັກ​ເຕືອນ​ວ່າ, ​ແຂວງ ຮ່າ​ນາມ​ຕ້ອງ​ເສີມ​ຂະຫຍາ​ຍທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖີ່​ນ​ທີ່ໃກ້​​ກັບ​ນະຄອນຫຼວງ ຮ່າ​ໂນ້ຍ ​ເພື່ອ​ສ້າງ​ການ​ພັດທະນາ​ບຸກທະລຸ, ຕ້ອງ​ຍູ້​ແຮງ​ການນຳ​ໃຊ້​ບັນດາ​ຜົນງານດ້ານ​ວິ​ທະຍາ​ສາດເຕັກ​​ໂນ​ໂລ​ຢີຂອງ​ນະ​ຄອນ​ຫຼວງ ຮ່າ​ໂນ້ຍ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ, ການດຳ​ເນີນ​ທຸລະ​ກິດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

​ແລະກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ​ໄດ້​ໄປ​ຢ້ຽມຢາມ​ເຂດ​ທ່ອງ​ທ່ຽວ ຕາມ​ຈູ​ກ - ບາ​ຊາວ, ຢ້ຽມຢາມ​ຮູບ​ແບບ​ການ​ບຳລຸງ​ສ້າງ, ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ​ເຂົ້າ​ຮ່ວມ​ງານ​ເປີດ​ສະຫຼອງ​ໄລຍະ 2 ​ຂອງໂຮງງານ Sumi ຢູ່​ເຂດ​ອຸດສາຫະກຳ ດົ່ງ​ວັນ (​ເມືອງ ຢຸຍຕຽນ), ຢ້ຽມຢາມ​ພື້ນຖານ​ໂຄງ​ລ່າງ​ຂອງ​ເຂດ​ຕົວ​ເມືອງບັນດາ​ມະຫາ​ວິທະຍາ​ໄລ, ປູກຕົ້ນ​ໄມ້, ຖະຫວາຍ​ທູບ​ທຽນ​ຢູ່​ອະນຸສາວະລີ​ວິລະ​ຊົນ​ເສຍສະຫຼະ​ຊີວິດ​ເພ​ື່ອຊາດ​​ແຂວງ ຮ່າ​ນາມ.

ຂ່າວ/ບົດ​ອື່ນ