ທ່ານຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີ ການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບ ຮອງປະທານສະພາແຫ່ງຊາດ ເຢຍລະມັນ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ
ທ່ານນາງຮອງປະທານສະພາແຫ່ງຊາດ ເຢຍລະມັນ Edelgard Bulmahn
(ພາບ: VGP)
(vovworld) - ຕອນບ່າຍວັນທີ 15/4, ທີ່ການຕ້ອນຮັບທ່ານນາງຮອງປະທານສະພາແຫ່ງຊາດ ເຢຍລະມັນ Edelgard Bulmahn, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຕີລາຄາສູງເລື່ອງ ສ.ສະຫະພັນ ເຢຍລະມັນ ສືບຕໍ່ເປັນຄູ່ຮ່ວມມືການຄ້າອັນດັບໜຶ່ງຂອງຫວຽດນາມ ແລະ ສະເໜີໃຫ້ສະພາແຫ່ງຊາດ ເຢຍລະມັນ ສືບຕໍ່ສະໜັບສະໜູນ, ຊຸກຍູ້ເພື່ອໃຫ້ບັນດາວິສາຫະກິດ ເຢຍລະມັນ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຊົມເຊີຍເລື່ອງ ເຢຍລະມັນ ໄດ້ເລືອກນະຄອນ ໂຮ່ຈີ໋ມິນ ເປັນສະຖານທີ່ເພື່ອຈັດຕັ້ງກອງປະຊຸມດຳເນີນທຸລະກິດ ເຢຍລະມັນ - ອາຊີ ປາຊີຟິກ ຄັ້ງທີ 14 ໃນເດືອນ 11/2014, ແລະ ຕີລາຄາວ່ານີ້ຈະແມ່ນເຫດການເສດຖະກິດສຳຄັນ, ປະກອບສ່ວນຊຸກຍູ້ການຄ້າ ແລະ ການລົງທຶນລະຫວ່າງ ເຢຍລະມັນ ກັບບັນດາປະເທດ ອາຊີ - ປາຊີຟິກ ເວົ້າລວມ ແລະ ກັບ ຫວຽດນາມ ເວົ້າສະເພາະ. ທ່ານນາງຮອງປະທານສະພາແຫ່ງຊາດ ເຢຍລະມັນ Edelgard Bulmahn ຢືນຢັນວ່າ ສະພາແຫ່ງຊາດ ແລະ ລັດຖະບານ ເຢຍລະມັນ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີສາຍພົວພັນຮ່ວມມືກັບ ຫວຽດນາມ, ຢືນຢັນສະໜັບສະໜູນ ຫວຽດນາມ ພັດທະນາສາຍພົວພັນກັບ EU, ໃນນັ້ນມີເລື່ອງໃຫ້ສັດຕະຍາບັນສັນຍາຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານ(PCA) ໂດຍໄວ ແລະ ສິ້ນສຸດການເຈລະຈາສັນຍາການຄ້າເສລີ(FTA) ຫວຽດນາມ - EU. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດຄື ໂຄງການລົດໄຟໃຕ້ດິນເສັ້ນທາງທີ 2 ຢູ່ນະຄອນ ໂຮ່ຈີ໋ມິນ, ມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ…; ຈັດຕັ້ງບັນດາການເຄື່ອນໄຫວທີ່ແທດຈິງໃນປີ 2015 ເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເຢຍລະມັນ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 15/4, ທ່ານນາງຮອງປະທານສະພາແຫ່ງຊາດ ເຢຍລະມັນ Edelgard Bulmahn ໄດ້ເຂົ້າຮ່ວມກອງປະຊຸມສຳມະນາສາກົນ “ ພາລະກຳປົກປັກຮັກສາສັນຕິພາບ “ ໂດຍສະຖາບັນ Friedrich Ebert (ສ.ສະຫະພັນ ເຢຍລະມັນ) ແລະ ສະຖາບັນຄົ້ນຄວ້າສັນຕິພາບ Stockholm(ຊູແອດ) ຈັດຕັ້ງຢູ່ ຮ່າໂນ້ຍ.