(VOVWORLD) - ໂດຍໄດ້ຮັບຄໍາເຊີນຂອງລັດຖະບານ ສາທາລະນະລັດ ເອກະພາບ ຕັງຊານີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຕັງຊານີ ໃນລະຫວ່າງວັນທີ 9 – 12 ກໍລະກົດ.
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງເຮັດວຽກກັບທ່ານຮອງປະທານພັກປະຕິວັດ ຕັງຊານີ (ພາບ: baoquocte.vn) |
ໃນວັນທີ 10 – 11 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ໄປຢ້ຽມຢາມເຂດເຄິ່ງປົກຄອງດ້ວຍຕົນເອງ Zanzibar, ເຂົ້າຢ້ຽມຂໍ່ານັບທ່ານ Seif Ali Ididi ຮອງປະທານາທິບໍດີເຂດເຄິ່ງປົກຄອງດ້ວຍຕົນເອງ Zanzibar; ເຮັດວຽກກັບທ່ານຮອງປະທານພັກປະຕິວັດ ຕັງຊານີ; ເຂົ້າຮ່ວມ ແລະ ກ່າວຄໍາເຫັນຊີ້ນໍາທີ່ເວທີປາໄສວິສາຫະກິດຫວຽດນາມ - ຕັງຊານີ.
ທີ່ການພົບປະ ແລະ ເຮັດວຽກຄັ້ງຕ່າງໆ, ສອງຝ່າຍໄດ້ເຫັນດີເພີ່ມທະວີການພົວພັນດ້ານການເມືອງທີ່ສະໜິດແໜ້ນ ຜ່ານການພົວພັນແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ເພີ່ມທະວີການສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ ສປຊ ແລະ ບັນດາເວທີປາໄສສາກົນອື່ນໆ ແລະ ຜ່ານການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃນບັນດາຂົງເຂດການຄ້າ, ການລົງທຶນ; ເຫັນດີສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຂອງແຕ່ລະປະເທດຮ່ວມມືທໍາມາຫາກິນນໍາກັນ, ມີກົນໄກແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ອາດຈະເກີດຂຶ້ນໃນວິວັດການຮ່ວມມືໄດ້ຢ່າງວ່ອງໄວ.
ກ່າວຄໍາເຫັນທີ່ເວທີປາໄສ ວິສາຫະກິດຫວຽດນາມ - ຕັງຊານີ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເນັ້ນໜັກວ່າ ຄວາມສາມາດບົ່ມຊ້ອນຮ່ວມມືຂອງທັງສອງປະເທດແມ່ນຍັງຫຼາຍຢູ່, ດັ່ງນັ້ນ ວິສາຫະກິດສອງປະເທດຄວນຕັ້ງໜ້າຊອກຮູ້ຕະຫຼາດ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງກັນ, ເປີດກວ້າງການລົງທຶນ, ດໍາເນີນທຸລະກິດ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ໃຫ້ແກ່ສິນຄ້າຂອງ ຕັງຊານີ ເຂົ້າຕະຫຼາດ ອາຊຽນ ແລະ ປາດຖະໜາວ່າ ຕັງຊານີ ຈະສ້າງເງື່ອນໄຂສະດວກໃຫ້ສິນຄ້າຫວຽດນາມ ແຊກຊຶມເຂົ້າຕະຫຼາດ ຕັງຊານີ ແລະ ບັນດາປະເທດ ອາຟະລິກາຕາເວັນອອກ.
ແລະກໍໃນຂອບເຂດການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກໍໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ແລະ ພົບປະໂອ້ລົມກັບປະຊາຄົມຊາວຫວຽດນາມທີ່ພວມເຮັດວຽກຢູ່ ຕັງຊານີ.