ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນຕ້ອນຮັບເອກອັກຄະລັດຖະທູດປະເທດຕ່າງໆ

ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນຕ້ອນຮັບເອກອັກຄະລັດຖະທູດປະເທດຕ່າງໆ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຝ້າ​ມບີ​ງມິນ

(vovworld)- ວັນ​ທີ 4/7, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຝ້າ​ມບີ​ງມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ​ໂປ​ໂລ​ຍປະຈຳ​ຫວຽດນາມ ທ່ານ​ນາງ Barbara Szymanowska ​ເຂົ້າ​ຢ້ຽມ​ຂ່ຳນັບ​ເນື່ອງ​ໃນ​ໂອກາດ​ມາ​ຮັບ​ໜ້າ​ທີ່​ປະຕິບັດ​ງານ​ຢູ່​ຫວຽດນາມ.

   ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຝ້າ​ມບີ​ງມິນ​ໄດ້​ສະ​ເໜີ 2 ຝ່າຍ​ສືບ​ຕໍ່​​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ, ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ, ຈັດບັນດາການ​ເຄື່ອນ​ໄຫວທີ່​ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ​ໃນ​ປີ 2015, ພ້ອມ​ທັງ​ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ລົງທຶນ. ​ເອກ​ອັກຄະ​ລັດຖະທູດ ​ໂປ​ໂລ​ຍປະຈຳ​ຫວຽດນາມ ທ່ານ​ນາງ Barbara Szymanowska ​ໄດ້​ຢືນຢັນ​ຄວາມ​ຫວັງ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ.

   ​ໃນ​ວັນ​ດຽວກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຝ້າ​ມບີ​ງມິນ ກໍ​ໄດ້​ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ອັງກິດ ​ແລະ ​ໄອ​ແລນ​ເໜືອປະຈຳ​ຫວຽດນາມ ທ່ານ Antony Stokes ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດ​ງານ​ຢູ່​ຫວຽດນາມ. 

ຂ່າວ/ບົດ​ອື່ນ